ໄມ້ຍໍປ່າ / Hairy Noni

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Morinda coreia Buch.-Ham. / Rubiaceae
ຊື່ພ້ອງ
Morinda coreia var. tomentosa (Hook.f.) R.R.Fernandez
Morinda exserta Roxb.
Morinda tinctoria Roxb.
Morinda tinctoria var. tomentosa Hook.f.
ຊື່ອື່ນ
Thai: ຍໍປ່າ
Eng: Hairy Noni
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ມີຄວາມສູງ 5-10 ແມັດ ແລະ ອາດສູງໄດ້ 15 ແມັດ, ລໍາຕົ້ນຕັ້ງຊື່, ເປືອກຕົ້ນເປັນສີນໍ້າຕານອົມເທົາ, ເປືອກໜາແຕກເປັນຮ່ອງຕາມຍາວ ແລະ ຂະໜານ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ ຫຼື ວິທີການປັກຊໍາກ້າ. ໃບເປັນໃບດ່ຽວອອກລຽງແບບກົງກັນຂ້າມສະລັບກັບຕັ້ງສາກ, ໃບອອກລວມກັນຢູ່ປາຍກິ່ງ, ລັກສະນະຂອງໃບເປັນຮູບຮີ ຫຼື ຮູບໄຂ່ກັບ, ປາຍໃບມົນ ຫຼື ແຫຼມ, ໃບກວ້າງ 4-7 ຊັງຕີແມັດ ແລະ ຍາວ 8-17 ຊັງຕີແມັດ, ຫຼັງໃບເປັນສີຂຽວມັນ ສ່ວນລຸ່ມໃບມີສີທ້ອງອ່ອນກວ່າ, ໃບແກ່ຈະບາງ ແລະ ໜຽວ. ອອກດອກເປັນຊໍ່ໂດຍຈະອອກລວມກັນເປັນກຸ່ມຕາມງ່າມໃບ ຫຼື ປາຍກິ່ງ, ດອກມີກິ່ນຫອມແບບອ່ອນໆ, ກີບດອກໜາ ແລະ ເປັນສີຂາວ, ກີບດອກເຊື່ອມຕິດກັນເປັນຫຼອດໆປາຍເປັນກີບແຫຼມ, ແຍກເປັນກີບ, ເມື່ອດອກບານຈະແຜ່ກວ້າງອອກ, ສ່ວນຫຼອດກີບລ້ຽງດ້ານເທິງແປເປັນສີຂຽວອົມເຫຼືອງ ໂດຍດອກຈະອອກໃນຊ່ວງເດືອນເມສາຫາເດືອນກໍລະກົດ. ໝາກເປັນໝາກລວມຮູບຮ່າງຂ້ອນຂ້າງກົມ, ຜົນອ່ອນເປັນສີຂຽວ, ເນື້ອໃນໝາກອ່ອນນຸ່ມ, ອວບໜາ ແລະ ເປັນສີຂາວ, ສ່ວນໝາກແກ່ເປັນສີດໍາພາຍໃນໝາກມີແກ່ນຫຼາຍ, ແກ່ນເປັນສີດໍາ ໂດຍຈະອອກໝາກໃນຊ່ວງເດືອນພຶດສະພາຫາເດືອນສິງຫາ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ໝາກສຸກໃຊ້ຮັບປະທານໄດ້.
   - ໃບອ່ອນ ແລະ ຍອດອ່ອນໃຊ້ລວກ ຫຼື ຕົ້ມໃຫ້ສຸກກັບແຈ່ວ ໂດຍຈະມີລົດຂົມມັນ.
   - ເນື້ອໄມ້ສາມາດນໍາມາໃຊ້ເຮັດເປັນເຄື່ອງເຮືອນ ຫຼື ເຄື່ອງໃຊ້ຕ່າງໆໄດ້.
   - ໃຊ້ປູກເປັນໄມ້ປະດັບຕາມບ້ານ ຫຼື ປູກເພື່ອໃຫ້ຮົ່ມເງົາໃນສວນທົ່ວໄປກໍໄດ້ ເປັນໄມ້ຫອມທີ່ດີອີກຊະນິດໜຶ່ງ ແລະ ດອກມີກິ່ນຫອມ.
ສັບພະຄຸນ: 
   - ໃບສົດໃຊ້ຕໍາພອກຫົວເປັນຢາຂ້າເຫົາ.
   - ໝາກສຸກເປັນຢາຂັບປະຈໍາເດືອນຂອງແມ່ຍິງ.
   - ໃບຊ່ວຍແກ້ລິດສີດວງທະວານ.
   - ໝາກອ່ອນມີສັບພະຄຸນແກ້ວິນຫົວ.
   - ໃບຊ່ວຍແກ້ອາການເຈັບຫົວ.

ການປະກອບສ່ວນ