ຕົ້ນຊົມຊື່ນ / Ash Sheora

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Glycosmis pentaphylla (Retz.) DC. / Rutaceae
ຊື່ພ້ອງ
Bursera nitida Fern.-Vill.
Chionotria monogyna Walp.
Chionotria rigida Jack
Glycosmis arborea (Roxb.) DC.
Glycosmis arborea var. linearifoliolata V.Naray.
Glycosmis chylocarpa Wight & Arn.
Glycosmis madagascariensis Corrêa ex Risso
Glycosmis pentaphylla var. linearifoliolis Tanaka
Glycosmis quinquefolia Griff.
Glycosmis retzii M.Roem.
Glycosmis rigida (Jack) Merr.
Limonia arborea Roxb. Limonia pentaphylla Retz.
Myxospermum chylocarpum (Wight & Arn.) M. Roem.
ຊື່ອື່ນ
Thai: ເຂີຍຕາຍ
Eng: Ash Sheora
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພັນໄມ່ຟຸ່ມ, ມີຂະໜາດນ້ອຍ, ສູງ 2-4 ແມັດ, ແຕກກິ່ງກ້ານຕໍ່າຕັ້ງແຕ່ກົກຕົ້ນເປັນຟຸ່ມເຕ້ຍ, ລໍາຕົ້ນເປັນຫຼ່ຽມ, ເປືອກຕົ້ນລຽບເປັນສີນໍ້າຕານອົມເທົາ, ຜິວຕາມລໍາຕົ້ນຕົກກະເປັນວົງສີຂາວ, ຂະຫຍາຍພັນໂດຍໃຊ້ແກ່ນ, ຕອນກິ່ງ ແລະ ປັກຊໍາ. ໃບເປັນໃບປະສົມແບບຂົນນົກ, ອອກລຽງສະລັບກົງກັນຂ້າມກັນ, ມີໃບຍ່ອຍ 3-5 ໃບ, ລັກສະນະຂອງໃບຍ່ອຍເປັນຮູບຮີ ຫຼື ຮູບໄຂ່ກັບ, ປາຍໃບແຫຼມຫາກົມ, ໃບກວ້າງ 3-5 ຊັງຕີແມັດ ແລະ ຍາວ 8-14 ຊັງຕີແມັດ, ແຜ່ນໃບລຽບ, ຜິວໃບທັງສອງດ້ານມີຈຸດຕ່ອມ, ຫຼັງໃບລຽບລື່ນສີຂຽວເຂັ້ມເປັນມັນ, ສ່ວນທ້ອງໃບລຽບເປັນສີອ່ອນກວ່າ. ອອກດອກເປັນຊໍ່ແຕກຂະແໜງ ຫຼື ອອກເປັນກະຈຸກ 12-15 ດອກ, ດອກມີຂະໜາດນ້ອຍເປັນສີຂາວ, ມີກິ່ນຫອມ ໂດຍຈະອອກຕາມງ່າມໃບ ແລະ ປາຍກິ່ງ, ກີບດອກເປັນສີຂາວ, ມີ 5 ກີບ, ອອກດອກໃນຊ່ວງປະມານເດືອນກຸມພາຫາເດືອນເມສາ. ລັກສະນະຂອງໝາກເປັນຮູບຊົງກົມຂະໜາດນ້ອຍ, ປາຍໝາກແຫຼມ, ຜິວລຽບ, ໝາກອ່ອນເປັນສີຂຽວ ເມື່ອສຸກແລ້ວຈະປ່ຽນເປັນສີບົວໃສ, ມີລົດຫວານ, ພາຍໃນໝາກມີແກ່ນສີດໍາ 1 ແກ່ນ, ແກ່ນມີລັກສະນະກົມເປັນລາຍ, ໝາກອອກໃນຊ່ວງເດືອນມີນາ. 

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ: 
   - ໝາກສຸກມີລົດຫວານໃຊ້ຮັບປະທານໄດ້ ແຕ່ມີກິ່ນຂິວ.
   - ເນື້ອໄມ້ໃຊ້ເຮັດເຄື່ອງມືທາງການກະເສດ.
   - ໃບໃຊ້ຕົ້ມກັບນໍ້າກິນເປັນຢາຫຼຸດນໍ້າຕານໃນເລືອດ, ແກ້ເບົາຫວານ.
   - ຮາກ ແລະ ໃບໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ໄອ, ແກ້ໄຂ້.
   - ຮາກ ແລະ ໃບໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ພະຍາດຖອກທ້ອງ.
   - ເນື້ອໄມ້, ເປືອກຕົ້ນ ແລະ ຮາກ ມີສັບພະຄຸນເປັນຢາຂັບນໍ້ານົມ.
   - ໃບນໍາມາບົດປະສົມກັບຂິງ ໃຊ້ຮັກສາຜິວໜັງອັກເສບ, ເປັນຕຸ່ມພຸພອງ ຫຼື ຄັນອັກເສບ.
   - ດອກ ແລະ ໝາກມີລົດເມົາຮ້ອນໃຊ້ເປັນຢາແກ້ຫິດ.
ຂໍ້ຄວນລະວັງ: ຍາງຈາກທຸກສ່ວນຂອງລໍາຕົ້ນມີລິດເຮັດໃຫ້ອາຈຽນ, ບ້າ ແລະ ເສຍຊີວິດໄດ້.

ການປະກອບສ່ວນ