ທຽນນໍ້າ / Mash henna

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Hydrocera triflora (L.) Wight & Arn. / Balsaminaceae
ຊື່ພ້ອງ
Impatiens angustifolia Blume
Impatiens natans Willd.
Impatiens triflora L.
Tytonia natans (Willd.) G. Don
Tytonia triflora (L.) C.E. Wood
ຊື່ອື່ນ
Thai: ທຽນນໍ້າ
Eng: Mash henna
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນທຽນນໍ້າເປັນພືດລົ້ມລຸອາຍຸລະດູດ່ຽວ, ລໍາຕົ້ນອວບບໍ່ມີຂົນເປັນຫຼ່ຽມ 5 ຫຼ່ຽມ, ພາຍໃນອວບນຸ່ມ. ໃບເປັນໃບດ່ຽວແຕກແບບສະລັບ, ເປັນຮູບແຄບຍາວ, ປາຍໃບແຫຼມຂອບໃບເປັນຈັກ. ດອກອອກເປັນຊໍ່, ກີບດອກມີ 5 ກີບແຍກອອກຈາກກັນ, ກີບນອກສຸດຢູ່ດ້ານລຸ່ມ 2 ກີບມີຂະໜາດຍາວ, ເປັນສີແດງ, ມີເກສອນຜູ້ 5 ອັນ, ມີກາບດອກ 5 ກີບ. ໝາກເປັນແແບບແຫ້ງແລ້ວແຕກ, ມີຫຼ່ຽມຕາມລວງຍາວ 5 ຫຼ່ຽມ, ໝາກອ່ອນມີສີຂຽວເມື່ອແກ່ຈະເປັນສີມ່ວງແດງ. ກະຈາຍພັນໃນເຂດພື້ນທີ່ນໍ້າຖ້ວມ, ບ່ອນທີ່ມີນໍ້າຂັງ ແລະ ນາເຂົ້າ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   -   ປູກເປັນໄມ້ປະດັບໄດ້.

ການປະກອບສ່ວນ