ພົມມີ / Dwart bacopa

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Bacopa monnieri (L.) Wettst / Plantaginaceae
ຊື່ພ້ອງ
Anisocalyx limnanthiflorus (L.) Hance
Bacopa micromonnieria (Griseb.) B.L.Rob.
Bacopa monnieri var. cuneifolia Michx.
Bacopa monnieri var. micromonnieria (Griseb.) Pennell
Bacopa monnieria Hayata & Matsum.
Bacopa monnieria var. cuneifolia (Michx.) Fernald
Bramia indica Lam.
Bramia micromonnieria (Griseb.) Pennell
Bramia monnieri (L.) Drake
Bramia monnieri (L.) Pennell
Calytriplex obovata Ruiz & Pav.
Capraria monnieria Roxb.
Gratiola monnieri (L.) L.
Gratiola portulacacea Weinm.
Gratiola tetrandra Stokes
Habershamia cuneifolia (Michx.) Raf.
Herpestis cuneifolia Michx.
Herpestis micromonnieria Griseb.
Herpestis monnieri (L.) Rothm.
Herpestis monnieri (L.) Kunth
Herpestis procumbens Spreng.
Limosella calycina Forssk.
Lysimachia monnieri L.
Monniera cuneifolia Michx.
Septas repens Lour.
ຊື່ອື່ນ
Thai: ພົມມີ, ຫຍົດນໍ້າຕາ.
Eng: Dwart bacopa
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນພົມມີຈັດເປັນພືດລົ້ມລຸກຊະນິດໜຶ່ງ, ລໍາຕົ້ນມີລັກສະນະອວບນໍ້າ, ບໍ່ມີຂົນ, ສີຂຽວ, ມີຂໍ້ປ້ອງເຫັນຊັດເຈນ, ລໍາຕົ້ນຈະເລືອໄປຕາມດິນ ແລະ ຊູຍອດຂຶ້ນ, ມີຮາກງອກອອກຈາກຂໍ້ຂອງລໍາຕົ້ນ, ລໍາຕົ້ນທີ່ຂຶ້ນຈາກໃຕ້ນໍ້າມັກຈະຂຶ້ນຕັ້ງຊື່. ໃບເປັນໃບດ່ຽວ, ມີລັກສະນະເປັນຮູບໄຂ່ຂ້ອນຂ້າງຍາວ, ກົກໃບແຄບ, ປາຍໃບກວ້າງມົນ, ແຜ່ນໃບລຽບໂດຍສະເພາະໃບທີ່ຢູ່ເທິງໜ້ານໍ້າຈະເປັນໃບໜາ ແລະ ລຽບເປັນມັນ, ຂອບໃບລຽບ, ໃບກວ້າງ 0.5-1 ຊັງຕິແມັດ ແລະ ຍາວ 1.5-3 ຊັງຕິແມັດ, ບໍ່ມີກ້ານໃບ, ໃບຈະແຕກຈາກລໍາຕົ້ນແບບກົງກັນຂ້າມກັນ. ອອກດອກເປັນດອກດ່ຽວສົມບູນເພດ ໂດຍຈະອອກຕາມງ່າມໃບ, ດອກເປັນສີຂາວ ຫຼື ສີຄີມອ່ອນ, ກົກກີບດອກຕິດກັນເປັນຫຼອດແຕ່ປາຍແຍກກັນເປັນ 5 ກີບ, ໂດຍແຍກເປັນ 2 ສ່ວນ ສ່ວນລຸ່ມມີ 2 ກີບ ແລະ ສ່ວນເທິງມີ 3 ກີບ, ກາບດອກເປັນສີຂຽວມີ 5 ກາບ ແຕ່ລະກາບແຍກກັນແຕ່ຊ້ອນກັນຢູ່. ໆາກເປັນແບບແຫ້ງແຕກ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   - ເປັນພັນໄມ້ທີ່ມີຄວາມສວຍງາມສາມາດປູກປະດັບຕູ້ປາໄດ້.
   - ເປືອກຕົ້ນຊ່ວຍບໍາລຸງໄຂມັນ, ບໍາລຸງຕັບ.
   - ໃບຊ່ວຍຂັບເສມຫະ, ແກ້ພິດຝີ, ແກ້ອາການຮ້ອນໃນກະຫາຍນໍ້າ.
   - ດອກຊ່ວຍແກ້ປະຈໍາເດືອນທີ່ບໍ່ປົກກະຕິ.
   - ທັງຕົ້ນຊ່ວຍດັບພິດໄຂ້, ຂັບປັດສະວະ, ບໍາລຸງປະສາດ, ບໍາລຸງຫົວໃຈ ແລະ ອື່ນໆ.

ການປະກອບສ່ວນ