ຫຍ້າແພດ / Bermuda grass

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cynodon dactylon (L.) Pers / Poaceae
ຊື່ພ້ອງ
Agrostis bermudiana Tussac. ex Kunth
Agrostis filiformis J.Koenig ex Kunth
Agrostis linearis Retz.
Agrostis stellata Willd.
Capriola dactylon (L.) Kuntze
Capriola dactylon var. maritima (Kunth) Hitchc.
Chloris cynodon Trin.
Chloris maritima Trin.
Chloris paytensis Steud.
Cynodon affinis Caro & E.A.Sánchez
Cynodon aristiglumis Caro & E.A.Sánchez
Cynodon aristulatus Caro & E.A.Sánchez
Cynodon barberi f. longifolia Join
Cynodon dactylon var. affinis (Caro & E.A.Sánchez) Romero Zarco
Cynodon dactylon var. aridus J.R.Harlan & de Wet
Cynodon dactylon var. biflorus Merino
Cynodon dactylon var. dactylon
Cynodon dactylon var. densus Hurcombe
Cynodon dactylon var. elegans Rendle
Cynodon dactylon subsp. glabratus (Steud.) A.Chev.
Cynodon dactylon var. glabratus (Steud.) Chiov.
Cynodon dactylon var. hirsutissimus (Litard. & Maire) Maire
Cynodon dactylon var. longiglumis Caro & E.A.Sánchez
Cynodon dactylon f. major (Beck) Soó
Cynodon dactylon var. maritimus (Kunth) Hack.
Cynodon dactylon subsp. nipponicus (Ohwi) T.Koyama
Cynodon dactylon var. nipponicus Ohwi
Cynodon pedicellatus Caro
Cynodon polevansii Stent
Cynodon portoricensis Willd. ex Steud.
Cynodon repens Dulac
Cynodon scabrifolius Caro
Cynodon stellatus Willd.
Cynodon tenuis Trin.
ຊື່ອື່ນ
Thai: ຫຍ້າແພກ
Eng: Bermuda grass, Bahana grass, Creeping-cynodon, Dub grass, Dog's tooth grass, Florida grass, Scutch grass, Lawn grass, Wire grass
ບັນຍາຍລັກສະນະພືດສາດ

ຫຍ້າແພດມີຖິ່ນກໍາເນີດໃນແຖບອາຊີ ແລະ ເອີຣົບ, ຈະເລີນເຕີບໂຕໄດ້ດີໃນເຂດທີ່ມີອາອາກາດຮ້ອນ ແລະ ອາກາດອົບອຸ່ນ, ໂດຍຈະຈັດເປັນຈໍາພວກຫຍ້າ, ມີຕົ້ນຂະໜາດນ້ອຍ, ມີອາຍຸໄດ້ຫຼາຍປີ, ແຕກກິ່ງກ້ານສາຂາປົກຄຸມດິນ, ຈະເລີນເຕີບໂຕແບບແຜ່ປົກຫຸ້ມໄປຕາມພື້ນດິນ ຫຼື ເລືອປົກຄຸມດິນໄປໄດ້ຍາວ 1 ແມັດ ແລະ ລໍາຕົ້ນຕັ້ງຊູຂຶ້ນ 10-30 ຊັງຕິແມັດ, ລັກສະນະຂອງລໍາຕົ້ນເປັນຂໍ້ ແລະ ມີຮາກງອກອອກມາ, ຂະຫຍາຍພັນດ້ວຍການກ້າແກ່ນ, ຮາກ ແລະ ແຕກລໍາຕົ້ນເລືອຕາມພື້ນດິນ. ໃບຈະອອກເປັນກະຈຸກຕາມລໍາຕົ້ນ, ໂດຍອອກລຽງກົງກັນຂ້າມກັນ, ລັກສະນະຂອງໃບເປັນຮູບແຄບຍາວ ຫຼື ຮູບໃບຫອກຮຽວຍາວ, ປາຍໃບແຫຼມ, ໃບກວ້າງ 1-3 ມີນລີແມັດ ແລະ ຍາວ 1-6 ຊັງຕິແມັດ. ອອກດອກເປັນຊໍ່ກະຈະ, ໃນໜຶ່ງຊໍ່ຈະມີດອກຍ່ອຍປະມານ 3-6 ຊໍ່ຍ່ອຍ, ກ້ານຊໍ່ດອກຍາວ 1.5-5 ຊັງຕິແມັດ, ຊໍ່ດອກຍ່ອຍມີລັກສະນະເປັນເສັ້ນສີຂຽວເທົາຫາສີມ່ວງ, ດອກຍ່ອຍລຽງກັນເປັນແຖວ 2 ແຖວ, ດອກມີເກສອນຜູ້ 3 ອັນ, ສ່ວນເຕົ້າໄຂ່ມີການເກສອນເພດແມ່ 2 ເສັ້ນ, ດອກສາມາດອອກໄດ້ຕະຫຼອດປີ. ເມື່ອດອກຫຼົ່ນແລ້ວ, ໝາກ ຫຼື ແກ່ນຈະມີຂະໜາດນ້ອຍຫຼາຍ, ມີລັກສະນະເປັນຮູບໄຂ່, ສີນ້າຕານ ຫຼື ສີແດງ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   - ທັງຕົ້ນຊ່ວຍແກ້ພະຍາດເບົາຫວານ.
   - ລໍາຕົ້ນ, ທັງຕົ້ນໃຊ້ເປັນຢາແກ້ໄຂ້ດ້ວຍການໃຊ້ລໍາຕົ້ນສົດປະມານ 15-30 ກຼາມນໍາເອົາມາຕົ້ມດື່ມນ້ຳ.
   - ທັ້ງຕົ້ນໃຊ້ຕົ້ມກິນເປັນຢາແກ້ຮ້ອນໃນກະຫາຍນໍ້າ.
   - ລໍາຕົ້ນຊ່ວຍແກ້ອາກາດຖອກທ້ອງ.
   - ລໍາຕົ້ນ, ທັງຕົ້ນຊ່ວຍແກ້ພະຍາດລິດສີດວງທະວານ.
   - ຮາກຊ່ວຍແກ້ລິດສີດວງທະວານມີເລືອດອອກ.
   - ທັງຕົ້ນນໍາໄປຕົ້ມກັບນໍ້າກິນເປັນຢາແກ້ປະຈໍາເດືອນມາຫຼາຍກວ່າປົກກະຕິຂອງແມ່ຍິງ.
   - ຫຍ້າແພດເປັນແຫຼ່ງອາຫານຂອງສັດຕາມທໍາມະຊາດເຊັ່ນ: ງົວ, ຄວາຍ, ແບ້.

ການປະກອບສ່ວນ