ຜັກກູດກ້າມປູ / Water sprite

ການນຳໃຊ້
ອາຫານ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Ceratopteris thalictroides (L.) Brongn / Pteridaceae: Parkerioideae
ຊື່ພ້ອງ
Acrostichum siliquosum L.
Acrostichum thalictroides L.
Belvisia siliquosa (L.) Mirb.
Ceratopteris deltoidea Benedict
Ceratopteris gaudichaudii Brongn.
Ceratopteris siliquosa (L.) Copel.
Ellobocarpus cornuta (P. Beauv.) Kaulf.
Furcaria cornuta (P. Beauv.) Desv.
Furcaria thalictroides (L.) Desv.
Onychium cornutum (P. Beauv.) Hassak.
Pteris siliquosa (L.) P. Beauv.
Pteris thalictroides (L.) Sw.
Teleozoma thalictroides (L.) R. Br.
ຊື່ອື່ນ
Thai: ຜັກກູດເຂົາກວາງ, ຜັກກູດນາ, ຜັກກູດນໍ້າ
Eng: Water sprite, Water horn fern, Indian fern, Sumatra fern, Floating fern
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຜັກກູດກ້າມປູເປັນພືດຕະກຸນຜັກກູດ, ລໍາຕົ້ນມີລັກສະນະເປັນເຫງົ້າ, ຮາກເກີດຈາກໂຄນ ແລະ ຂໍ້ຂອງລໍາຕົ້ນ. ໃບມີ 2 ແບບ ໄດ້ແກ່ fertile frond ເປັນໃບທີ່ມີສະປໍ, ລັກສະນະຂອງໃບເປັນໃບປະສົມແບບຂົນນົກ, ແຕກສະລັບກັນ, ໃບຍ່ອຍແຕ່ລະໃບຈະມີຂອບໃບມ້ວນລົງດ້ານລຸ່ມຫຸ້ມສະປໍທີ່ຕິດຢູ່ບໍລິເວນກ້ອງໃບ, ອີກໃບໜຶ່ງເອີ້ນວ່າ sterile frond ເປັນໃບທີ່ບໍ່ມີສະປໍ, ລັກສະນະເປັນໃບປະສົມແບບຂົນນົກເຊັ່ນດຽວກັນ, ພົບໃນລໍາຕົ້ນທີ່ຈະເລີນຢູ່ໃຕ້ນໍ້າ ແລະ ລອຍຢູ່ເທິງໜ້ານໍ້າ, ລັກສະນະແຜ່ນໃບກວ້າງ ແລະ ເປັນແຂັວນ້ອຍກວ່າໃບທີ່ຈະເລີນຢູ່ໃຕ້ນໍ້າ. ກະຈາຍພັນຢູ່ແຄມນໍ້າ, ນາເຂົ້າ, ສາຍນໍ້າ ແລະ ບ່ອນທີ່ມີນໍ້າຂັງຕື້ນໆ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   - ເປັນພັນໄມ້ນໍ້າທີ່ສວຍງາມໃຊ້ປະດັບຕູ້ປາ.
   - ຕົ້ນອ່ອນນໍາມາຮັບປະທານເປັນຜັກສົດກັບແຈ່ວ.

ການປະກອບສ່ວນ