ປອມບີກະທິງ / Vietnamese Ginseng

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Panax vietnamensis Ha & Grushv. / Araliaceae
ຊື່ພ້ອງ
Panax vietnamensis var. fuscidiscus K.Komatsu, S.Zhu & S.Q.Cai
ຊື່ອື່ນ
Vietnameses: Cây Sâm Việt Nam, Sâm Ngọc lĩnh
ບັນຍາຍລັກສະນະພືດສາດ

ປອມບີກະທິງເປັນພືດລົ້ມລຸກຫຼາຍປີ, ມີຄວາມສູງຕັ້ງແຕ່ 40 ຊັງຕິແມັດ ຫາ 100 ຊັງຕິແມັດ, ຮາກເຫງົ້າຈະເປັນທ່ອນຍາວຕໍ່ໆກັນ, ເປັນສີເທົາອົມເຫຼືອງ, ມີເສັ້ນຜ່າສູນກາງປະມານ 3-7 ຊັງຕີແມັດ. ໃບມີ 3-5 ໃບ, ເກີດເປັນຈຸ້ມກັນຢູ່ທີ່ປາຍລຳຕົ້ນ, ຈັບເປັນຮູບແບບນິ້ວມື, ກ້ານໃບຈະບໍ່ມີຫູໃບ ຫຼື ແຜ່ນໃບຕິດກ້ານແຜ່ອອກ; ໃບຍ່ອຍ 3-6 ໃບຈະເປັນແຜ່ນບາງ, ດ້ານເທີງແຜ່ນໃບຈະກ້ຽງ, ສີຂຽວເຂັ້ມ,  ແລະ ດ້ານລຸ່ມຈະເຕັມໄປດ້ວຍຂົນ, ແຜ່ນໃບຈະເປັນສີຂຽວຈາງໆ. ໂຄນໃບເປັນຮູູບລີ້ມກວ້າງ, ຂອບໃບເປັນແຂ້ວຖີ່ໆ, ປາຍໃບຮຽວແຫຼມ; ແຜ່ນໃບກາງຈະເປັນຮູບຣີ ຫຼື ຮູບຂອບຂະໜານແກມຮູບຣີ, ຂະໜາດ 7-12 x 3-6 ຊັງຕີແມັດ, ສ່ວນໃບຍ່ອຍອື່ນຈະເປັນຮູບໄຂ່ມົນ, ຂະໜາດ 2-4 x 1.5-3 ຊັງຕິແມັດ. ຊໍ່ດອກເປັນຊໍ່ດ່ຽວໆ, ເກີດທີ່ປາຍຍອດເປັນຮູບຄ້າຍຄັນຮົ່ມ ມີປະມານ 30-50 ດອກຕໍ່ຊໍ່; ກ້ານຊໍ່ດອກມີຄວາມຍາວ 15-30 ຊັງຕີແມັດ, ໂດຍປົກກະຕິແລ້ວມັນຈະຍາວກວ່າກ້ານໃບ; ກ້ານດອກຍາວ 0.8-1.6 ຊັງຕີແມັດ. ເຕົ້າໄຂ່ ມີສອງເຕົ້າໄຂ່ຍ່ອຍ;  ກ້ານຊູູ່ຮວງຮອງຮັບລະອອງເກສອນ ມີສອງອັນສັງເກດເຫັນໄດ້ຊັດເຈນ, ໝາກເປັນສີແດງ, ໝ່ວຍມົນກົມ, ຂະໜາດ 4-5 x 6-7 ມິນລີແມັດ; ເມັດຈະກົມວ້ຳເລັກນ້ອຍ, ມັກເປັນສີຂາວ.

ນິເວດວິທະຍາ: ປອມບີກະທິງເປັນພືດທີ່ເກີດໃນລະດັບສູງຈາກລະດັບໜ້ານຳທະເລຢູ່ລະຫວ່າງ 1200 ຫາ 2100 ແມັດ, ຢູ່ໃນອຸນຫະພູມລະຫວ່າງ 20-25 ອົງສາ, ແລະ ກາງຄືນອຸນຫະພູມປະມານ 15-18 ອົງສາ. ປອມບີກະທິງສ່ວນຫຼາຍຈະເປັນພືດທີ່ມັກເກິດເປັນສຸມຕໍ່ໆກັນ ແລະ ຢູ່ຕິດໆກັນເປັນກຸ່ມໃຫຍ່, ຢູ່ໃຕ້ປ່າດົງດິບທີ່ມີໃບໄມ້ທັບຖົມຈຳນວນຫຼວງຫຼາຍ ຫຼື ມີຄວາມຊຸ່ມທີ່ໃກ້ກັບຫ້ວຍນ້ຳແຕ່ຢູ່ເທິງພູສູງຈຶ່ງມັກເຫັນ, ຫວຽດນາມໄດ້ລາຍງານວ່າພືດຊະນິດນີ້ໄດ້ມີຄວາມສ່ຽງຕໍ່ການສູນພັນເພາະໃນທຳມະຊາດໃກ້ຈະໜົດແລ້ວ, ເພາະມີການຂຸດຄົ້ນຈຳນວນຫຼວງຫຼາຍໃນຊ່ວງ ສິບປີທີ່ຜ່ານມາ ແລະ ໃນປະຈຸບັນຄົນຫວຽດໄດ້ເຂົ້າມາລາວເພື່ອຊອກຊື່ພືດຊະນິດນີ້ຢູ່ໃນລາວ ເຮັດໃຫ້ພືດຊະນິດມີຄວາມສ່ຽງຕໍ່ການສູນພັນໃນລາວເຊັ່ນດ່ຽວກັນ.

ບັນຍາຍການນຳໃຊ້

ປອມບີກະທິງເປັນທີ່ຮູ້ຈັກກັນແຜ່ຫຼາຍໃນຈີນ ແລະ ຫວຽດນາມ, ໃຊ້ເປັນຢາບຳລຸງເລືອດ ເພື່ອໃຫ້ໄຫຼວຽນປົກກະຕິ ແລະ ບຳລຸງຮ່າງກາຍໃຫ້ມີສຸຂະພາບທີ່ແຂງແຮງ. ຢູ່ຫວຽດນາມໄດ້ມີການເກັບກູ້ຫົວປອມບີກະທິງ ອາຍຸປະມານ 5 ປີ ຈື່ງມີປະສິດທີພາບດີ ເພາະມັນຈະສະສົມສານເຄມີທີ່ເປັນຢາອັນຫຼາກຫຼາຍ, ມັນມີປະສິດທິພາບໃນການບຳລຸງ ແລະເປັນຢາຮັກສາທາດສຳລັບເພດຊາຍ. ຢູ່ຊຽງຂວາງນຳເອົາມາບອງເຫຼົ້າ, ດື່ມຊູ່ກຳລັງ, ເວລາກິນເຂົ້າໄປແລ້ວຈະຮູ້ສຶກວ່າສະບາຍຕົວ, ດີເຈັບຫຼັງເຈັບແອວ, ສະນັ້ນແລ້ວເຮັດໃຫ້ມີປະຊາຊົນເກັບກູ້ຮາກ ແລະ ເຫງົ້າມາຂາຍໃນຄາລາຂ້ອນຂ້າງສູງໃນປະຈຸບັນ ແລະ ກາຍເປັນພືດທີ່ຫາຍາກໃນປະເທດລາວໄປແລ້ວ.

ການປະກອບສ່ວນ