ນົກກຽງ / Nok Kiang

ການນຳໃຊ້
ອາຫານ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Syzygium ripicola (Craib) Merr. & L.M.Perry / Myrtaceae
ຊື່ພ້ອງ
Eugenia cochinchinensis Gagnep.
Eugenia ripicola Craib
Syzygium cochinchinense (Gagnep.) Merr. & L.M.Perry
ຊື່ອື່ນ
Thai: ຫວ້າຂີ້ນົກ
ບັນຍາຍລັກສະນະພືດສາດ

    ຕົ້ນນົກກຽງເປັນໄມ້ໃຫຍ່, ລໍາຕົ້ນສູງ 5-10 ແມັດ, ໃບເປັນໃບດ່ຽວລຽງກົງກັນຂ້າມກັນ, ແຜ່ນໃບຍາວ 5-13.5 ຊັງຕິແມັດ ແລະ ກວ້າງ 1.5-3 ຊັງຕິແມັດ, ຮູບຂອບຂະໜານ, ຮູບຫອກແກມຮູບຂອບຂະໜານ ຫຼື ຮູບຮີ, ປາຍໃບແຫຼມ ຫຼື ວໍ້າບຸ໋ມຂອບໃບລຽບ. ອອກດອກເປັນຊໍ່ເປັນຊໍ່ແຍກຂະແໜງ, ອອກຕາມງ່າມໃບ ແລະ ປາຍກິ່ງຍາວ 9 ຊັງຕິແມັດ, ຖານດອກເປັນຮູບກວຍ, ກາບດອກມີ 4 ກາບແຍກກັນ, ກີບດອກມີ 4 ກີບ ແຍກກັນ, ມີຕ່ອມ 5-8 ຕ່ອມຕໍ່ກີບ, ເກສອນມີຈໍານວນຫຼາຍ, ເກສອນເພດແມ່ມີເຕົ້າໄຂ່ຈັບລຸ່ມວົງກີບ. ໝາກມີເນື້ອສົດເປັນຮູບຂອບຂະໜານ.

ບັນຍາຍການນຳໃຊ້

ໜາກສຸກສາມາດກີນໄດ້, ຄ້າຍໝາກຫວ້າ ແລະ ໄມ້ສາມາດນຳໃຊ້ເຮັດເຄື່ອງເຮືອນ, ໂຄງສ້າງຕ່າງໆ ຫຼື ເຄື່ອງມີໃຊ້ເພື່ອຜະລິດກະສິກຳ.

ການປະກອບສ່ວນ