ຜັກກະເສດ / Water mimosa

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Neptunia oleracea Lour. / Leguminosae
ຊື່ພ້ອງ
Acacia lacustris (Willd.) Desf.
Desmanthus lacustris Willd.
Desmanthus natans Willd.
Desmanthus natans "Willd., p.p."
Desmanthus stolonifer DC.
Mimosa aquatica Pers.
Mimosa lacustris Kunth
Mimosa lacustris Bonpl.
Mimosa natans L.f.
Mimosa natans sensu auct. non L.f.
Mimosa prostrata Lam.
Neptunia natans (L.f.) Druce
Neptunia prostrata (Lam.) Baill.
Neptunia stolonifera Guill.
Neptunia stolonifera Guill. & Perr.
ຊື່ອື່ນ
Thai: ຜັກກະເສດ
Eng: Water mimosa
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

     ຜັກກະເສດເປັນພືດທີ່ເກີດຕາມແຄມໜອງ ແລະ ເລືອຕາມຜິວນໍ້າ, ລໍາຕົ້ນເປັນເຄືອ, ອ່ອນນິ່ມ, ລະຫວ່າງຂໍ້ຈະມີປອດເປັນຟອງສີຂາວຫຸ້ມລໍາຕົ້ນເອີ້ນວ່ານົມຜັກກະເສດ. ໃບເປັນໃບປະສົມແບບຂົນນົກ, ໃບຍ່ອຍມີຂະໜາດນ້ອຍ, ລັກສະນະຂອງໃບຈະຄ້າຍກັບໃບກະຖິນ, ໂດຍໃບຈະຫຸບໃນຍາມກາງຄືນ ຫຼື ເມື່ອຖຶກສໍາພັດ, ໃບຍ່ອຍກວ້າງ 1.2-3 ມີນລີແມັດ ແລະ 4-10 ມີນລີແມັດ, ແຜ່ນໃບຂຽວ ຫຼື ຂຽວອົມນໍ້າຕານ. ອອກດອກເປັນຊໍ່, ໂດຍຈະອອກຕາມງ່າມໃບ, ດອກເປັນສີເຫຼືອງ, ມີກ້ານຊໍ່ດອກຍາວ, ດອກມີກີບດອກ 5 ແຊກ. ອອກໝາກເປັນຝັກແປ, ພາຍໃນໝາກມີແກ່ນ 4-20 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   - ຜັກກະເສດມີວິຕາມິນເອຊຶ່ງຊ່ວຍບໍາລຸງ ແລະ ຮັກສາສາຍຕາໄດ້ເປັນຢ່າງດີ.
   - ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ, ຊ່ວຍປ້ອງກັນພະຍາດກະດູກພຸນ, ຊ່ວຍໃຫ້ກ້າມເນື້ອເຮັດວຽກຢ່າງເປັນປົກກະຕິ.
   - ຜັກກະເສດມີທາດເຫຼັກຊຶ່ງມີຄວາມຈໍາເປັນຕໍ່ການສ້າງເມັດເລືອດແດງ ແລະ ຊ່ວຍປ້ອງກັນພະຍາດເລືອດຈາງໄດ້ດີ.
   - ຊ່ວຍເສີມສ້າງຂະບວນການເຜົາຜານສານອາຫານໃຫ້ສ້າງເປັນພະລັງງານໃຫ້ກັບຮ່າງກາຍໄດ້ເປັນຢ່າງດີ.
   - ມີສ່ວນຊ່ວຍປ້ອງກັນການເກີດພະຍາດຕັບອັກເສບ.
   - ຜັກກະເສດເປັນຜັກທີ່ເໝາະຫຼາຍສໍາລັບຄົນທາດໄຟ ແລະ ທາດດີນ.
   - ຊ່ວຍຂັບລົມໃນກະເພາະອາຫານ.
   - ຊ່ວຍແກ້ອາການປວດແສບປວດຮ້ອນ.
   - ຊ່ວຍແກ້ອາການເຈັບຫົວ.
ຂໍ້ຄວນລະວັງ: ການຮັບປະທານຜັກກະເສດຄວນເຮັດໃຫ້ສຸກກ່ອນນໍາມາຮັບປະທານເພາະມີຄວາມສ່ຽງຕໍ່ພະຍາດໂຕອ່ອນທີ່ອາດຈະປົນເຂົ້າມານໍາລວມໄປຮອດໄຂ່ປິງ.

ການປະກອບສ່ວນ