ມັນແກບ / Chinese yam

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dioscorea polystachya Turcz. / Dioscoreaceae
ຊື່ພ້ອງ
ຊື່ອື່ນ
Chinese: 淮山 [huáishān]
Eng: Korean yam
Thai: มันดำ
ບັນຍາຍລັກສະນະພືດສາດ

ເປັນພືດເຄືອແຕ່ມີຫົວໃຕ້ດິນທີ່ເປັນແທ້ງຍາວລົງພື້ນດິນ, ຫົວຈະເປັນສີເຫືຼອງອ່ອນທາງດ້ານນອກ, ດ້ານໃນຈະເປັນສີຂາວ, ດ້ານນອກມີຮາກຝອຍອອກມາຈຳນວນຫຼາຍ. ເຄືອເລືອຂື້ນຕາມຕົ້ນໄມ້ອື່ນ, ເປືອກສີຂຽວອົມສີມ່ວງແດງບາງຄັ້ງ, ກ້ຽງ. ມີຫົວນ້ອຍເກິດຕາມຊອກໃບ, ຫົວໜ້ອຍຈະເປັນຫົວມົນກົມ. ໃບຈັບກົງກັນຂ້າມ, ບາງຄັ້ງກໍ່ຈັບກ້ານລະ 3 ໃບ. ກ້ານໃບຍາວ 2-3 ຊມ, ແຜ່ນໃບແຫ້ງຈະເປັນສີເທົາ, ໃບອ່ອນຈະເປັນສີຂຽວ, ແຜ່ນໃບຮູບໄຂ່ ເປັນສາມຫຼ່ຽມ ຫຼື ເປັນຮູບງ່ຽງ. ໂດຍທົ່ວໄປຈະເປັນ 3 ແສກ, ຄວາມຍາວ ແລະ ຄວາມກ້ວາງຂອງໃບເກືອບເທົ່າກັນ ຂະໜາດ 3-7(16) x 2-7(1ຼ4) ຊມ, ແຜ່ນໃບໜາຄ້າຍໜັງ, ກ້ຽງ, ມີເສັ້ນໃບອອກຈາກກົກໃບ 5 ເສັ້ນ 1-2 ເສັ້ນແມ່ນອອກຈາກແສກຂ້າງ, ໂຄນໃບເປັນຮູບຫົວໃຈ ຫຼື ຮູບຕັດ, ປາຍໃບແຫຼມ, ແສກຂ້າງເປັນຮູບເຄີ່ງວົງມົນ. ຊໍ່ດອກຜູ້ຮຽວຍາວ 2-8 ອັນ, ຕັ້ງຊື່ຂື້ນ, ກ້ານຊໍ້ຊິກແສກ, ດອກມີໃບປະດັບນ້ອຍໆສາມຫຼ່ຽມຂະໜາດ 1 ມມ, ກິບ ແລະ ກາບດອກເປັນສີເຫຼືອງມີສີມ່ວງເປັນຈຸດ, ແສກດ້ານນອກເປັນຮູບໄຂ່, 1.2-2 x 0.6-1 ມມ, ດ້ານໃບເປັນຮູບໄຂ່, ນ້ອຍກວ່າດ້ານນອກ.  ເກສອນເພດຜູ້ ມີ 6 ອັນ. ດອກເພດແມ່ ເປັນຊໍ່ດຽວໆ ຫຼື 2-3 ຊໍ່ດອກ. ໝາກເປັນຮູບເປັນຫຼ່ຽມມົນ, ປິກກວ້າ 6-16 ມມ. ເມັດແມ່ນຢູ່ໃຈກາງຂອງແຕ່ລະປິກ. 

ນິເວດວິທະຍາ: ເປັນພືດທີ່ມີການຈະເລີນເຕິບໂຕໃນຊ່ວງລະດູຝົນ ຈະປົ່ງເຄືອອອກຈາກຫົວທີ່ມີຢູ່ໃຕ້ດິນ, ເປັນເຄືອຍາວອອກ. ມັກຈະເກິດດອກໃນຊ່ວງເດືອນກໍລະກົດ ຈະເປັນໝາກແກ່ໃນຊ່ວງເດືອນ ພະຈິກ, ເປັນພືດທີ່ມັກເກິດຕາມແຄມປ່າເລົ່າ, ຫຼື ປ່າທີ່ຂ້ອນຂ້າງໂລ່ງແຈ້ງ, ເປັນພືດທີ່ມີການຂະຫຍາຍພັນໂດຍຫົວ ແລະ ແກ່ນທີ່ແກ່ແລ້ວປິ້ວໄປຕາມອາກາດແລ້ວໄປຕົກບໍລິເວນໃກ້ຄຽງ. 
ສະພາບການອະນຸລັກ: ເປັນພືດທີ່ຍັງບໍ່ທັນມີການຄຸ້ມຄອງ ເພາະພົບໄດ້ທົ່ວໄປຕາມປ່າເລົ່າທຳມະຊາດ, ເປັນພືດທີ່ເກິດຕາມທຳມະຊາດ, ແຕ່ສາມາດນຳເອົາຫົວມາປູກໄດ້, ແຕ່ປະຈຸບັນໄດ້ມີການເກັບກູ້ຫຼາຍພໍສົມຄວນເຮັດໃຫ້ກາຍເປັນພືດທີ່ເລີ່ມຫາຍາກໃນອານາຄົດຖ້າຫາກບໍ່ມີການຄວບຄູມການສົ່ງອອກ.

ບັນຍາຍການນຳໃຊ້

ມັນແກບກໍ່ນຳໃຊ້ເຊັ່ນດຽວກັບມັນປູກ, ໂດຍການນຳເອົາມາຂູດເປືອກອອກແລ້ວກໍ່ນຳເອົາໄປລ້າງໃຫ້ສະອາດ ແລ້ວຕໍ່ມາກໍ່ເອົາໄປໜື້ງ ຫຼື ເຮັດຕົ້ມຫວານໂດຍເອົາກະທິໝາກພ້າວ ແລະ ນ້ຳຕານໃສ່ລົງໄປ. ແຕ່ໃນປະເທດຈິນໄດ້ນຳເອົາມາເຮັດເປັນແປ້ງ ເຊິ່ງເຂົາເຈົ້າໄດ້ປູກເປັນສວນເພື່ອສົ່ງເຂົ້າໂຮງງານຜະລິດແປ້ງເຮັດເຂົ້າໜົມ ແລະ ກະແລມ, ເຊິ່ງເປັນຄວາມນິຍົມຂອງຊາວຈິນ ແລະ ຫວຽດນາມ.

ການປະກອບສ່ວນ