ຕົ້ນແກງແຊງ / Cananga Tree

ການນຳໃຊ້
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Cananga latifolia (Hook.f. & Thomson) Finet & Gagnep. / Annonaceae
ຊື່ພ້ອງ
Canangium latifolium (Hook.f. & Thomson) Pierre ex Ridl.
ຊື່ອື່ນ
Lao: ແກງແຊງ, ແຕງແຊງ
Thai: ສະແກແສງ
Vietnam: cây tai nghe, thôm shui, sư tây.
ບັນຍາຍລັກສະນະພືດສາດ

ຕົ້ນແກງແຊງເປັນໄມ້ຢືນຕົ້ນປ່ຽນໃບໃນລະດູແລ້ງ, ແຕກກິ່ງງ່າສາຂາຢູ່ເຮືອນຍອດຂອງຕົ້ນ, ລໍາຕົ້ນມີລັກສະນະຕັ້ງຊື່, ມີຄວາມສູງໄດ້ 15-20 ແມັດ, ເປືອກຕົ້ນເປັນສີເທົາ ຫຼື ສີນໍ້າຕານອົມເທົາ, ຂະຫາຍພັນດ້ວຍວິທີການເພາະແກ່ນ. ໃບເປັນໃບດ່ຽວອອກລຽງສະລັບກັນໄປຕາມຂໍ້ຂອງລໍາຕົ້ນ, ລັກສະນະໃບເປັນຮູບມົນ ຫຼື ຂ້ອນຂ້າງກົມ, ປາຍໃບມົນ ແລະ ມີຕິ່ງແຫຼມສັ້ນໆ, ຂອບໃບລຽບ, ໃບກວ້າງ 7-12 ຊັງຕິແມັດ ແລະ ຍາວ 10-18 ຊັງຕິແມັດ, ແຜ່ນໃບເປັນສີຂຽວ ຫຼັງໃບມີສີເຂັ້ມກວ່າທ້ອງໃບ ແລະ ມີຂົນປົກຄຸມ. ດອກອອກດອກເປັນດອກດ່ຽວ ຫຼື ອອກເປັນກະຈຸກຕາມງ່າມໃບ, ດອກຫ້ອຍລົງ, ຊໍ່ລະປະມານ 2-3 ດອກ, ດອກມີກິ່ນຫອມອ່ອນໆ, ດອກອ່ອນເປັນສີຂຽວເມື່ອບານຈະປ່ຽນເປັນສີຂຽວອົມເຫຼືອງ, ມີໃບປະດັບເປັນຮູບຮີ, ກີບດອກມີຢູ່  6 ກີບ ແລະ ແບ່ງອອກເປັນ 2 ຊັ້ນ, ຊັ້ນລະ 3 ກີບ, ກາບດອກມີ 3 ກາບ. ອອກໝາກເປັນກຸ່ມ, ມີໝາກຍ່ອຍປະມານ 20-25 ໝາກ, ລັກສະນະໝາກເປັນຮູບກົມຮີ, ໝາກອ່ອນເປັນສີຂຽວ, ເມື່ອສຸກແລ້ວຈະປ່ຽນເປັນສີມ່ວງດໍາ ຫຼື ສີດໍາ, ພາຍໃນໝາກມີແກ່ນຈໍານວນຫຼາຍ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ໃຊ້ປູກເປັນໄມ້ປະດັບທົ່ວໄປເພາະເປັນໄມ້ທີ່ໃຫຍ່ໄວ, ດອກມີກິ່ນຫອມ.
   - ເນື້ອໄມ້ແກງແຊງເປັນສີເທົາ, ອ່ອນ, ສາມາດຕົກແຕ່ງງ່າຍນິຍົມນໍາມາເຮັດເປັນຫີບ, ຂອງຫຼິ້ນເດັກນ້ອຍ, ນອກນີ້ຍັງໃຊ້ປະກອບການກໍ່ສ້າງຊົ່ວຄາວເຊັ່ນ: ເຮັດກະດານແບບ, ແບບເສົາ ແລະ ອື່ນໆ.
ສັບພະຄຸນ:
   - ທັງຕົ້ນໃຊ້ເປັນຢາແກ້ພິດໄຂ້.
   - ເນື້ອໄມ້ ແລະ ຮາກ ໃຊ້ປຸງເປັນຢາແກ້ພະຍາດຜິວໜັງ.
   - ໃບນໍາມາສຸມກັບໄຟຣົມຂ່າພະຍາດຜິວໜັງເລື້ອລັງ.

ການປະກອບສ່ວນ