ໄມ້ຂະຍຸງ / Siamese Rosewood

ການນຳໃຊ້
ພືດເປັນຢາ
ພືດປະດັບ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Dalbergia cochinchinensis Pierre / Leguminosae
ຊື່ພ້ອງ
ຊື່ອື່ນ
Thai: ຕົ້ນພະຍຸງ
Eng: Siamese Rosewood, Thailand Rosewood, Tracwood, Black Wood, Rose Wood
ສະຖານະພາບການອະນຸລັກ
Vulnerable
ບັນຍາຍລັກສະນະພືດສາດ

ຕົ້ນຂະຍຸງຈັດເປັນໄມ້ຢືນຕົ້ນຂະໜາດກາງຫາໃຫຍ່, ລັກສະນະຄ້າຍຕົ້ນດູ່, ມີຄວາມສູງໄດ້ເຖິງ 25 ແມັດ, ເມື່ອໃຫຍ່ລໍາຕົ້ນຈະຕັ້ງຊື່, ເປືອກຕົ້ນລຽບເປັນສີເທົາ, ສ່ວນເປືອກດ້ານໃນເປັນສີນໍ້າຕານແກມສີເຫຼືອງ, ເນື້ອໄມ້ເປັນສີແດງອົມມ່ວງຫາສີແດງເລືອດໝູແກ່, ເນື້ອລະອຽດ, ມີຄວາມແຂງແຮງທົນທານ, ຂະຫຍາຍພັນດ້ວຍນໍາແກ່ນມາເພາະກ້າ. ໃບເປັນໃບປະກອບອອກເປັນຊໍ່ແບບຂົນນົກປາຍຄີ່, ຍາວ 10-15 ຊັງຕິແມັດ, ໃບ ແລະ ຊໍ່ຈະມີໃບຍ່ອຍມີລັກສະນະເປັນຮູບຮີແກມຮູບໄຂ່, ຕິດລຽງສະລັບປະມານ 7-9 ໃບ, ປາຍສຸດຂອງຊໍ່ໃບເປັນໃບດ່ຽວ, ໃບກວ້າງ 3-4 ຊັງຕິແມັດ ແລະ ຍາວ 4-7 ຊັງຕິແມັດ, ລັກສະນະຂອງໃບໜຽວຄ້າຍກັບແຜ່ນໜັງບາງໆ. ອອກດອກລວມກັນເປັນຊໍ່ແຍກຂະແໜງ, ຕາມປາຍກິ່ງ ຫຼື ງ່າມໃບໃກ້ກັບຍອດ, ຊໍ່ດອກຕັ້ງຂຶ້ນ, ດອກມີຂະໜາດນ້ອຍ, ລັກສະນະຂອງກີບດອກເປັນຮູບດອກຖົ່ວສີຂາວນວນ, ມີກິນຫອມອ່ອນໆ, ກີບດອກມີ 5 ກີບ, ສ່ວນກີບຖານດອກເຊື່ອມຕິດກັນເປັນຮູບຖ້ວຍຕື້ນໆ ຫຼື ເປັນຮູບລະຄັງໂດຍດອກຈະອອກໃນຊ່ວງພຶດສະພາຫາເດືອນກໍລະກົດ. ອອກໝາກເປັນຝັກ, ລັກສະນະຂອງຝັກເປັນຮູບຂອບຂະໜານ, ແປ ແລະ ບາງ, ມີຂະໜາດກວ້າງ 1.2 ຊັງຕິແມັດ ແລະ ຍາວ 4-6 ຊັງຕິແມັດ, ຜິວຝັກກ້ຽງ, ເຄິ່ງກາງມີກະເປາະຫຸ້ມແກ່ນ, ຝັກຈະແກ່ປະມານ 2 ເດືອນຫຼັງການອອກດອກ, ເມື່ອຝັກແກ່ແລ້ວຈະບໍ່ແຕກອອກແຕ່ຝັກຈະຫຼົ່ນໂດຍແກ່ນຈະຍັງຢູ່ໃນຝັກ.

ບັນຍາຍການນຳໃຊ້

ປະໂຫຍດ:
-    ໝາກໃຊ້ເຮັດເປັນໄມ້ປະດັບໄດ້ດີ.
-    ໄມ້ຂະຍຸງເປັນໄມ້ທີ່ມີລາຄາແພງທີ່ສຸດຊະນິດໜຶ່ງເພາະມີເໜືອໄມ້ທີ່ມີສີສັນ ແລະ ລວດລາຍສວຍງາມ.
-    ໄມ້ຂະຍຸງສາມາດນໍາມາໃຊ້ລ້ຽງຄັ່ງໄດ້ດີ.
ສັບພະຄຸນ:
-    ຮາກໃຊ້ກິນເປັນຢາຮັກສາອາການໄຂ້ພິດເຊື່ອງຊືມ.
-    ເປືອກນໍາມາຕົ້ມເອົາແຕ່ນໍ້າໃຊ້ເປັນຢາອົມຮັກສາພະຍາດປາກເປື່ອຍ, ປາກແຕກແຫ້ງ.
-    ຢາງສົດໃຊ້ທາປາກຮັກສາພະຍາດປາກເປື່ອຍ.
-    ຢາງສົດໃຊ້ທາແກ້ຕີນເປື່ອຍ.

ການປະກອບສ່ວນ