ຕົ້ນຕາປູ / Rohituka tree

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Aphanamixis polystachya (Wall.) R.Parke r /Meliaceae
ຊື່ພ້ອງ
Aglaia aphanamixis Pellegr.
Aglaia beddomei (Kosterm.) S.S.Jain & R.C.Gaur
Aglaia cochinchinensis (Pierre) Pellegr.
Aglaia janowskyi Harms
Aglaia polystachya Wall.
Alliaria cuneata (Hiern) Kuntze
Amoora amboinensis Miq.
Amoora beddomei Kosterm.
Andersonia rohituka Roxb.
Aphanamixis agusanensis Elmer
Aphanamixis amboinensis (Miq.) Harms
Aphanamixis apoensis Elmer
Aphanamixis blumei Span.
Aphanamixis cochinchinensis Pierre
Aphanamixis coriacea Merr.
Aphanamixis cumingiana (C.DC.) Harms
Dysoxylum cuneatum Hiern
Dysoxylum spiciflorum Zipp. ex Miq.
Epicharis cuneata (Hiern) Harms
Ricinocarpodendron polystachyum (Wall.) Mabb.
Trichilia tripetala Blanco
ຊື່ອື່ນ
Thai: ຕົ້ນຕາເສືອ
Eng: Rohituka tree
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນຕາປູຈັດເປັນໄມ້ຢືນຕົ້ນ, ມີຄວາມສູງ 25 ແມັດ, ເປືຶອກຕົ້ນໜາແຕກເປັນສະເກັດຫຼຸດອອກ, ຕາມກິ່ງອ່ອນ ແລະ ຍອດອ່ອນມີຂົນ. ໃບເປັນໃບປະສົມແບບຂົນນົກ, ປາຍໃບຄີ່, ອອກລຽງສະລັບ, ມີໃບຍ່ອຍ 3-7 ຄູ່, ລັກສະນະຂອງໃບຍ່ອຍເປັນຮູບກົມຮີແກມຮູບຂອບຂະໜານ, ໃບກວ້າງ 3-7 ຊັງຕິແມັດ ແລະ ຍາວ 6-18 ຊັງຕິແມັດ, ແຜ່ນໃບລຽບກ້ຽງເປັນສີຂຽວເຂັ້ມ. ອອກດອກເປັນຊໍ່ແຍກຂະແໜງຍາວ, ໂດຍຈະອອກຕາມງ່າມໃບໃກ້ປາຍກິ່ງ, ເປັນດອກແບບແຍກເພດ, ມີທັງຊໍ່ດອກຜູ້, ຊໍ່ດອກແມ່, ຊໍ່ດອກທັງສອງເພດ, ດອກມີຂະໜາດນ້ອຍສີເຫຼືອງອ່ອນ, ມີລັກສະນະເປັນຮູບຊົງກົມ, ກາບດອກເຊື່ອມຕິດກັນປາຍແຍກເປັນ 3 ແຊກ, ສີຂຽວ ແລະ ມີຂົນ, ສ່ວນກີບດອກມີ 3 ກີບ, ສີເຫຼືອງ. ໝາກມີລັກສະນະກົມ, ຂະໜາດ 3.5-5 ຊມ, ເມື່ອແກ່ຈະແຕກອອກເປັນ 2-3 ຊີກ, ພາຍໃນໝາກຈະມີແກ່ນສີນໍ້າຕານດໍາ ແລະ ມີເຍື່ອຫຸ້ມແກ່ນສີແດງ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ໝາກໃຊ້ເປັນອາຫານຂອງນົກເງືອກ.
   - ໄມ້ສາມາດນໍາໄປເຮັດເຄື່ອງເຟີນິເຈີໄດ້, ເພາະເນື້ອໄມ້ມີຄວາມແຂງ, ໜຽວ ແລະ ທົນທານດີ.
ສັບພະຄຸນ:
   - ເນື້ອໄມ້ມີລົດຝາດ ມີສັບພະຄຸນເປັນຢາແກ້ທາດພິການ.
   - ເປືອກຕົ້ນມີສັບພະຄຸນເປັນຢາປິດທາດ, ແກ້ເສມຫະ.
   - ໃບໃຊ້ເປັນຢາແກ້ບວມ.
   - ໝາກໃຊ້ເປັນຢາແກ້ບວມຕາມຂໍ້ຕ່າງໆໃນຮ່າງກາຍ.
   - ເປືອກຕົ້ນນໍາມາຕົ້ມເອົານໍ້າດື່ມເປັນຢາໄລ່ເລືອດ, ໄລ່ປະຈໍາເດືອນ, ຮັດມົດລູກ.
ຂໍ້ຄວນລະວັງ: ທຸກສ່ວນຂອງຕົ້ນຕາປູເປັນຜິດ ກິນຫຼາຍອາດຈະຕາຍໄດ້ ແລະ ເຫັດທີ່ເກີດຈາກຂອນໄມ້ຕາປູເມື່ອກິນເຂົ້າໄປຈະເຮັດໃຫ້ເກີດອາການເມົາ, ຮາກ ເຖິງຕາຍໄດ້.

ການປະກອບສ່ວນ