ຕົ້ນພ່າວ / Hnum

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Engelhardtia spicata Lechen ex Blume / Juglandaceae
ຊື່ພ້ອງ
Engelhardtia aceriflora (Reinw.) Blume
Gyrocarpus pendulus Blanco
Pterilema aceriflorum Reinw.
ຊື່ອື່ນ
Thai: ຄ່າຫົດ
Eng: Hnum
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນພ່າວຈັດເປັນພັນໄມ້ຢືນຕົ້ນຂະໜາດໃຫຍ່, ມີຄວາມສູງ 15-30 ແມັດ, ລໍາຕົ້ນມັກຄົດງໍ, ເປືອກຕົ້ນໜາແຕກເປັນຮອງ, ພົບຂຶ້ນຕາມປ່າດິບ ແລະ ປ່າທົ່ວໄປ. ໃບເປັນໃບປະສົມແບບຂົນນົກ, ອອກລຽງສະລັັບກັນ, ມີໃບຍ່ອຍ 1-6 ຄູ່, ລັກສະນະຂອງໃບເປັນຮູບຮີຍາວ, ຮູບຂອບຂະໜານ ຫຼື ຮູບຂອບຂະໜານແກມໃບຫອກ, ປາຍໃບແຫຼມ, ໃບກວ້າງ 2.5-4 ຊັງຕິແມັດ ແລະ ຍາວ 7-15 ຊັງຕິແມັດ,  ໃບອ່ອນມີຂົນສາກ, ສ່ວນໃບແກ່ຜິວລຽບ ແລະ ໃບຈະຫຼົ່ນໝົດກ່ອນອອກດອກ. ອອກດອກເປັນຊໍ່ບໍລິເວນງ່າມໃບ, ລັກສະນະຫ້ອຍລົງ, ດອກຍ່ອຍມີຈໍານວນຫຼາຍ, ດອກເປັນແບບແຍກເພດຢູ່ຕົ້ນດຽວກັນ, ບໍ່ມີກີບດອກ, ແຕ່ລະດອກຈະມີກາບບາງໆເປັນຮູບແຊກ 3 ຫຼ່ຽມສີເຫຼືອງອ່ອນຮັບຮອງ ແລະ ກາບນີ້ຈະເລີນຕໍ່ໄປເປັນໝາກ. ໝາກເປັນໝາກແຫ້ງບໍ່ແຕກ, ລັກສະນະຂອງໝາກເປັນຮູບຊົງກົມ, ແຂງ, ມີຂົນແຂງສັ້ນໆແໜ້ນ, ມີໃບປະດັບເປັນກາບປາຍແຍກເປັນສາມແຊກບາງໆ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ເປືອກຕົ້ນໃຊ້ເປັນຢາເບື່ອປາ.
   - ໃຊ້ປູກເປັນໄມ້ເບີກນໍາທີ່ທົນທານຕໍ່ຄວາມແຫ້ງແລ້ງ ແລະ ໄພປ່າ.
   - ເນື້ອໄມ້ສາມາດນໍາມາໃຊ້ເຮັດສິ່ງປູກສ້າງຕ່າງໆໄດ້ດີ.
ສັບພະຄຸນ:
   - ເປືອກຕົ້ນໃຊ້ເປັນຢາຮັກສາອາການເຈັບແຂ້ວ.
   - ເປືອກຕົ້ນນໍາມາຕົ້ມໃຫ້ແມ່ຍິງຫຼັງເກີດລູກອາບ, ຊ່ວຍໃຫ້ມົດລູກເຂົ້າອູ່ໄວ.
   - ລໍາຕົ້ນນໍາມາຝົນກັບຕົ້ນໝາກຂ້າມປ້ອມໃຊ້ກິນຫຼັງເກີດລູກເປັນຢາຄຸມກໍາເນີດ.

ການປະກອບສ່ວນ