ຕົ້ນຕ້ອງບີໝີ

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Elaeocarpus robustus Roxb. / Elaeocarpaceae
ຊື່ພ້ອງ
Craspedum tectorium Lour.
Dicera craspedum J.F.Gmel.
Dicera craspedum J.F.Gmel. ex DC.
Elaeocarpus amygdalinus Wall.
Elaeocarpus aristatus Wall.
Elaeocarpus dongnaiensis Pierre
Elaeocarpus helferi Kurz
Elaeocarpus helferi Kurz ex Mast.
Elaeocarpus leptostachys Wall.
Elaeocarpus leptostachys Wall. ex C.Müll.
Elaeocarpus leptostachyus Wall.
Elaeocarpus leptostachyus Wall. ex Müll.Berol.
Elaeocarpus macrocarpus Ridl.
Elaeocarpus nitidus var. leptostachyus (Wall. ex C.Müll.) King
Elaeocarpus ovalifolius Wall.
Elaeocarpus ovalifolius Wall. ex Müll.Berol.
Elaeocarpus tectorius (Lour.) Poir.
ຊື່ອື່ນ
Thai: ສະທ້ອນຣອກ, ທະລອກ, ໂປະບ້າ.
ບັນຍາຍລັກສະນະພືດສາດ

ຕົ້ນຕ້ອງບີໝີເປັນໄມ້ເນື້ອແຂງ, ຂ້ອນຂ້າງໃຫຍ່ໄວ, ສີຂຽວຕະຫຼອດປີ, ສູງ 15 ມ, ເປືອກລຽບເປັນສີນໍ້າຕານປົນເທົາ. ໃບລຽງວຽນ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 8-25 ຊມ, ປາຍໃບແຫຼມຍາວ, ຂອບໃບແຂ້ວ, ແຜ່ນໃບມີຂົນທັງສອງດ້ານ. ອອກດອກເປັນຊໍ່, ຊໍ່ດອກອອກຕາມງ່າມໃບ ແລະ ປາຍກິ່ງ, ສີຂາວນວນ, ກາບດອກ ແລະ ກີບດອກມີຢ່າງລະ 5 ກີບ. ໝາກເປັນແບບມີເນື້ອອ່ອນນຸ່ມ, ໝາກຊັ້ນໃນແຂງ, ຊົງຮີ, ມີຂົນສີນໍ້າຕານເທົາປົກຄຸມ, ພາຍໃນໝາກມີແກ່ນ 1-3 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   - ໝາກສາມາດຮັບປະທານໄດ້ກິນສົດ ຫຼື ໃຊ້ປຸ່ງແຕ່ງອາຫານ.
   - ໄມ້ສາມາດໃຊ້ເຂົ້າໃນການກໍ່ສ້າງ.
   - ໝາກມີວິຕາມີນຊີສູງຊ່ວຍແກ້ອາການຖອກທ້ອງ.

ການປະກອບສ່ວນ