ຕົ້ນຂີ້ໝູອາຍ
APA 6th ed. ຕົ້ນຂີ້ໝູອາຍ. (2019, December 12). Retrieved from https://www.phakhaolao.la/kb/0000783
MLA 8th ed. ຕົ້ນຂີ້ໝູອາຍ. Pha Khao Lao, 12 December 2019, https://www.phakhaolao.la/kb/0000783.
Chicago 17th ed. Pha Khao Lao. 2019. "ຕົ້ນຂີ້ໝູອາຍ." Published December 12, 2019. https://www.phakhaolao.la/kb/0000783.
Apalatoa chrysantha var. harmandii Pierre
Crudia chrysantha var. harmandii (Pierre) Gagnep.
ຕົ້ນຂີ້ໝູອາຍເປັນໄມ້ເນື້ອອ່ອນ, ໃຫຍ່ໄວ, ເປັນຕົ້ນໄມ້ຂະໜາດກາງ, ສູງ 10-20 ມ. ໃບເປັນໃບປະສົມແບບຂົນນົກປາຍຄີ່, ໃບຍ່ອຍລຽງສະລັບ, ໃບມີລັກສະນະເປັນຮູບໄຂ່, ໃບຍາວ 3-8 ຊມ, ປາຍໃບແຫຼມໂຄນໃບມົນ, ຂອບໃບລຽບ. ອອກດອກເປັນຊໍ່, ຍາວ 5-15 ຊມ, ກາບດອກມີ 4 ກາບ, ດ້ານໃນມີຂົນສັ້ນນຸ່ມ, ບໍ່ມີກີບດອກ. ອອກໝາກເປັນຝັກແປໆ, ຮູບຮີ, ຍາວ 5-6 ຊມ, ເມື່ອແຫ້ງແລ້ວຈະແຕກ, ມີຂົນອ່ອນນຸ້ມປົກຄຸມ, ພາຍໃນໝາກມີແກ່ນ 1-2 ແກ່ນ.
ປະໂຫຍດ ແລະ ສັບພະຄຸນ:
- ໃຊ້ປູກເປັນໄມ້ປະດັບຕົກແຕ່ງສວນ, ໃຫ້ຮົ່ມເງົາ.
- ໄມ້ສາມາດໃຊ້ເຂົ້າໃນການກໍ່ສ້າງໃນຮົ່ມ, ເຮັດຄົກສາກ ແລະ ເຄື່ອງໃຊ້ຕ່າງໆ.