ໄມ້ເຕັນ / Duabanga
APA 6th ed. ໄມ້ເຕັນ / Duabanga. (2019, December 11). Retrieved from https://www.phakhaolao.la/kb/0000781
MLA 8th ed. ໄມ້ເຕັນ / Duabanga. Pha Khao Lao, 11 December 2019, https://www.phakhaolao.la/kb/0000781.
Chicago 17th ed. Pha Khao Lao. 2019. "ໄມ້ເຕັນ / Duabanga." Published December 11, 2019. https://www.phakhaolao.la/kb/0000781.
Lagerstroemia grandiflora Roxb. ex DC.
Leptospartion grandiflorum (Roxb. ex DC.) Griff.
Eng: Duabanga, Duyabangga
ຕົ້ນເຕັນຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່, ລໍາຕົ້ນມີລັກສະນະຊື່, ມີຄວາມສູງ 15-35 ມ, ໂດຍວັດຮອບລໍາຕົ້ນໄດ້ 100-200 ຊມ, ເປືອກເປັນສະເກັດ ຫຼື ຕົກເປັນແຜ່ນບໍ່ເປັນລະບຽບ, ເປືອກເປັນສີນໍ້າຕານແດງເຂັ້ມ. ໃບເປັນໃບດ່ຽວ, ອອກລຽງກົງກັນຂ້າມກັນເປັນຄູ່ໆ, ລັກສະນະຂອງໃບເປັນຮູບຂອບຂະໜານ, ປາຍໃບແຫຼມເປັນຕິ່ງສັ້ນ, ໃບກວ້າງ 4-10 ຊມ ແລະ ຍາວ 10-24 ຊມ, ເນື້ອໃບຂ້ອນຂ້າງກ້ຽງ ແລະ ໜາ, ຜິວດ້ານເທິງກ້ຽງເປັນສີຂຽວເຂັ້ມ ສ່ວນທ້ອງໃບມີນວນ ຫຼື ເປັນຄາບຂາວ. ອອກດອກເປັນຊໍ່ກະຈະ, ໂດຍຈະອອກຢູ່ປາຍກິ່ງ, ດອກມີຈໍານວນຫຼາຍປະມານ 15-30 ດອກ, ດອກຈະບານໃນຊ່ວງເວລາກາງຄືນຫາເຊົ້າ ແລະ ຈະຫຸບໃນຊ່ວງກາງວັນ, ເປັນດອກສົມບູນເພດ, ດອກເປັນສີຂາວໃຫຍ່, ກາບດອກເປັນຮູບຖ້ວຍ, ປາຍແຍກເປັນ 6-7 ແຊກ, ສ່ວນກີບດອກມີ 6-7 ກີບ. ໝາກເປັນໝາກແຫ້ງ, ລັກສະນະຂອງໝາກເປັນຮູບໄຂ່ແກມຊົງກົມ, ຮູບໄຂ່ກວ້າງ, ຮູບກົມແປ້ນ, ໝາກເປັນສີຂຽວແລ້ວຈະປ່ຽນເປັນສີນໍ້າຕານເມື່ອແກ່ ແລະ ແຕກອ້າອອກເຄິ່ງກາງພູເປັນສ່ຽງໆ, ຢູ່ຖານມີກາບຮອງເປັນຮູບດາວ, ພາຍໃນໝາກມີແກ່ນ 6-7 ແກ່ນ, ໂດຍຈະເປັນໝາກໃນຊ່ວງເດືອນມີນາຫາເດືອນພຶດສະພາ ແລະ ໝາກຈະແກ່ເຕັມທີ່ໃນຊ່ວງເດືອນພຶດສະພາຫາເດືອນມີຖຸນາ.
ປະໂຫຍດ:
- ດອກມີນໍ້າຫວານໃຊ້ຮັບປະທານໄດ້, ຍອດອ່ອນ ແລະ ດອກອ່ອນໃຊ້ຮັບປະທານເປັນຜັກສົດ ຫຼື ລວກ.
- ເນື້ອໄມ້ສາມາດນໍາມາໃຊ້ໃນການກໍ່ສ້າງບ້ານເຮືອນ, ເຮັດຝາ, ພື້ນເຮືອນ, ໄມ້ພາຍເຮືອ ແລະ ອື່ນໆ.
- ເປັນຕົ້ນໄມ້ທີ່ໃຫຍ່ໄວເໝາະໃນການປູກເພື່ອຟື້ນຟູປ່າ.
ສັບພະຄຸນ:
- ກິ່ງ ແລະ ຕົ້ນ ນໍາມາຕັດໃຫ້ເປັນຕ້ອນນ້ອຍໆຕົ້ມກັບນໍ້າເປັນຢາແກ້ອາການຊໍ້າໃນ.
- ທັງຕົ້ນນໍາມາຕົ້ມກັບນໍ້າກິນເປັນຢາແກ້ຖ່າຍຕິດເລືອດ.
- ໃຊ້ເປືອກນໍາມາຕົ້ມເປັນຢາແກ້ອາການເຈັບທ້ອງໂດຍບໍ່ຮູ້ສາເຫດ.
- ແກ່ນນໍາມາຕົ້ມເປັນຢາແກ້ເຈັບທ້ອງ, ພະຍາດກະເພາະອາຫານ, ອາຫານບໍ່ຍ່ອຍ, ອາຫານເປັນພິດ.