ສະໂນຫີນ / Sesbania
APA 6th ed. ສະໂນຫີນ / Sesbania. (2019, November 25). Retrieved from https://www.phakhaolao.la/kb/0000755
MLA 8th ed. ສະໂນຫີນ / Sesbania. Pha Khao Lao, 25 November 2019, https://www.phakhaolao.la/kb/0000755.
Chicago 17th ed. Pha Khao Lao. 2019. "ສະໂນຫີນ / Sesbania." Published November 25, 2019. https://www.phakhaolao.la/kb/0000755.
Sesbania aculeata var. paludosa Baker
Sesbania chochinchinensis (Lour.) DC.
Sesbania cochinchinensis (Lour.) DC.
Sesbania cochinchinensis Kurz
Sesbania cochinensis Kurz
Sesbania paludosa (Roxb.) King
Sesbania paludosa Prain
Sesbania roxburghii Merr.
Eng: Sesbania, Sesbanea pea, Sesbania flowers
ຕົ້ນສະໂນຫີນຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-4 ມ, ເປືອກລໍາຕົ້ນລຽບເປັນຫຼ່ຽມ, ເນື້ອໄມ້ອ່ອນ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ. ໃບເປັນໃບປະສົມແບບຂົນນົກ, ອອກລຽງສະລັບເທິງຕົ້ນ, ແຕ່ລະຊໍ່ຈະມີໃບຍ່ອຍ 10-30 ຄູ່, ລັກສະນະຂອງໃບຍ່ອຍເປັນຮູບກົມ ຫຼື ຮູບຮີແກມຮູບຂອບຂະໜານ, ໃບກວ້າງ 2-4 ມມ ແລະ ຍາວ 1.2-2.5 ມລມ, ແຜ່ນໃບເປັນສີຂຽວ ແລະ ລຽບ. ອອກດອກເປັນຊໍ່, ໂດຍຈະອອກຕາມງ່າມໃບ ແລະ ປາຍກິ່ງ, ຊໍ່ດອກມີດອກຍ່ອຍ 5-12 ດອກ, ດອກຍ່ອຍເປັນສີເຫຼືອງ, ມີກີບດອກ 5 ກີບ, ກາບດອກເປັນສີຂຽວ, ກົກກີບເຊື່ອມຕິດກັນ. ໝາກມີລັກສະນະເປັນຝັກກົມຍາວຂະໜາດນ້ອຍ, ຝັກອ່ອນເປັນສີຂຽວ, ເມື່ອແກ່ຈະກາຍເປັນສີມ່ວງ ແລະ ສີນໍ້າຕານ, ເມື່ອຝັກແກ່ຈະແຕກອອກ, ພາຍໃນໝາກຈະມີແກ່ນຂະໜາດນ້ອຍຈໍານວນຫຼາຍ.
ປະໂຫຍດ:
- ດອກສະໂນຫີນມີລົດຫວານ ນິຍົມໃຊ້ຮັບປະທານເປັນຜັກ ຫຼື ນໍາມາປະກອບໃນເມນູອາຫານ.
- ເນື້ອໄມ້ສາມາດນໍາມາໃຊ້ປະໂຫຍດໃນດ້ານອຸດສາຫະກໍາໄດ້ຫຼາຍຢ່າງເຊັ່ນ: ເຄື່ອງຫຼິ້ນເດັກນ້ອຍ.
- ປະຈຸບັນໄດ້ມີການນໍາໃບ ແລະ ດອກມາແປຮູບເປັນຜະລິດຕະພັນເພື່ອສຸຂະພາບຄື: ຊາດອກສະໂນຫີນ ແລະ ຊາຈາກຍອດສະໂນຫີນ.
ສັບພະຄຸນ:
- ດອກມີສັບພະຄຸນເປັນຢາແກ້ພິດຮ້ອນ ແລະ ຖ້ອນພິດໄຂ້.
- ຮາກມີສັບພະຄຸນເປັນຢາແກ້ຮ້ອນໃນຢາກນໍ້າ.
- ດອກມີສັບພະຄຸນເປັນຢາສະໝານລໍາໄສ້.
- ດອກໃຊ້ແກ້ອາການເຈັບມວນທ້ອງ.
- ໃບໃຊ້ຕໍາເປັນຢາພອກແຜ, ແກ້ເຈັບຜີ ແລະ ຖອນພິດ.
- ຕົ້ນໃຊ້ຕົ້ມດື່ມເປັນຢາຂັບປັດສະວະ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
1) ຂັບປັດສະວະ ໂດຍໃຊ້ຕົ້ນ 10-15 ກຼາມ ນໍາມາເຜົາແລ້ວແຊ່ນໍ້າ, ຈະໄດ້ນໍ້າມີລິດເປັນດ່າງແລ້ວກອງເອົານໍ້າດື່ມ.
2) ແກ້ເຈັບຝີ, ຖອນພິດ ໂດຍໃຊ້ໃບສົດ 15 ກຼາມ ລ້າງໃຫ້ສະອາດແລ້ວຕໍາໃຫ້ລະອຽດ, ປະສົມກັບເຫຼົ້າເລັກນ້ອຍ, ໃຊ້ທາແລະ ພອກບໍລິເວນທີເປັນຝີ ຫຼື ມີອາການ.