ຕີນຕັ່ງ / Chinese Desmos

ການນຳໃຊ້
ພືດເປັນຢາ
ນ້ຳມັນຫອມ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Desmos chinensis Lour. / Annonaceae
ຊື່ພ້ອງ
Artabotrys esquirolii H.Lév.
Desmos chinensis var. brevifolius (Teijsm. & Binn. ex Boerl.) Bân
Desmos chinensis var. macropetalus (Teijsm. & Binn. ex Boerl.) Bân
Desmos lawii (Hook.f. & Thomson) Saff.
Polyalthia lawii Finet & Gagnep.
Unona amherstiana A.DC.
Unona biglandulosa Blume
Unona chinensis (Lour.) DC.
Unona discolor Vahl
Unona discolor var. angustipetala Boerl.
Unona discolor var. bracteata Blume
Unona discolor var. brevifolia Teijsm. & Binn.
Unona discolor var. brevifolia Teijsm. & Binn. ex Boerl.
Unona discolor var. macropetala Teijsm. & Binn.
Unona discolor var. macropetala Teijsm. & Binn. ex Boerl.
Unona discolor var. neglecta Boerl.
Unona discolor var. parviflora Miq.
Unona discolor var. pubescens Teijsm. & Binn.
Unona discolor var. siamensis Scheff.
Unona discolor var. siamensis Scheff. ex Boerl.
Unona laevigata Wall.
Unona lawii Hook.f. & Thomson
Unona lessertiana Dunal
Unona monilifera (Gaertn.) DC.
Unona roxburghiana Wall.
Unona undulata Wall.
Uvaria amherstiana (A.DC.) Walp.
Uvaria discolor (Vahl) Walp.
Uvaria monilifera Gaertn.
Uvaria undulata (Wall.) Walp.
Uvaria undulata Roxb.
ຊື່ອື່ນ
Lao: ເຄືອໝາກຕິດຕໍ່, ຕີນຕັ່ງ
Thai: ສາຍຫຍຸດ
Eng: Chinese Desmos, Desmos
ບັນຍາຍລັກສະນະພືດສາດ

ຕົ້ນຕີນຕັ່ງຈັດເປັນໄມ້ເຄິ່ງເຄືອເຄິ່ງໄມ້ຟຸ່ມ, ມີຄວາມສູງ ຫຼື ຄວາມຍາວ 1-5 ມ, ເປືອກເປັນສີນໍ້າຕານເຂັ້ມເກືອບດໍາ, ຕາມກິ່ງອ່ອນມີຂົນສີນໍ້າຕານປົກຄຸມຢູ່ໜາແໜ້ນ, ຂະຫຍາຍພັນດ້ວຍການໃຊ້ແກ່ນ ແລະ ການຕອນກິ່ງ. ໃບເປັນໃບດ່ຽວ, ອອກລຽງສະລັບກັນ, ລັກສະນະຂອງໃບເປັນຮູບຂອບຂະໜານ ຫຼື ຮູບຂອບຂະໜານແກມຮູບໃບຫອກ, ປາຍໃບແຫຼມ, ຂອບໃບລຽບ ຫຼື ເປັນຄື່ນເລັກນ້ອຍ, ໃບກວ້າງ 3-7 ຊມ ແລະ ຍາວ 6-15 ຊມ, ຫຼັງໃບກ້ຽງເປັນມັນ, ສ່ວນທ້ອງໃບເປັນສີຂຽວນວນ, ເນື້ອໃບບາງ ແລະ ໜຽວ. ອອກດອກດ່ຽວ, ໂດຍຈະອອກດ້ານລຸ່ມກົງກັນຂ້າມກັບໃບ, ຕອນເລີ່ມອອກເປັນສີຂຽວ ແລະ ຕໍ່ມາຈະປ່ຽນເປັນສີເຫຼືອງຫາສີສົ້ມອ່ອນ, ກີບດອກມີ 6 ກີບ ໂດຍແບ່ງເປັນ 2 ຊັ້ນ, ກີບດອກຊັ້ນນອກແຍກກັນມີ 3 ກີບ, ລັກສະນະເປັນຮູບຂອບຂະໜານ ຫຼື ຮູບຂອບຂະໜານແກມຮູບຣີ. ອອກໝາກເປັນກຸ່ມມີປະມານ 5-35 ໝາກຍ່ອຍ, ໝາກຍ່ອຍແຕ່ລະໝາກຈະມີລັກສະນະຄ້າຍຄືລູກປັດຄອດຄືຈະຄອດເປັນຂໍ້ໆລະຫວ່າງຊ່ວງແກ່ນໄດ້ຮອດ 7 ຂໍ້, ຜິວໝາກລຽບເປັນມັນ, ໝາກອ່ອນເປັນສີຂຽວເມື່ອສຸກຈະປ່ຽນເປັນສີດໍາ, ເປັນມັນ ແລະ ຫອຍລົງ, ໃນແຕ່ລະໝາກຍ່ອຍໜຶ່ງໝາກຈະມີແກ່ນ 2-5 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ສາມາດເປັນໄມ້ປະດັບໃນສວນດອກໄມ້, ປູກຕາມແຄມທາງຢາງ.
   - ດອກສາມາດນໍາໄປສະກັດເປັນນໍ້າມັນຫອມລະເຫີຍໄດ້.
ສັບພະຄຸນ:
   - ດອກສົດໃຊ້ເຂົ້າຢາຫອມຊ່ວຍບໍາລຸງຫົວໃຈ.
   - ຊ່ວຍແກ້ລົມວິງວຽນ.
   - ຮາກ ແລະ ດອກມີສັບພະຄຸນເປັນຢາແກ້ໄຂ້.
   - ຮາກເປັນຢາແກ້ຖອກທ້ອງ.

ການປະກອບສ່ວນ