ດອກຊາຍເຫີນ / Butterfly lily
APA 6th ed. ດອກຊາຍເຫີນ / Butterfly lily. (2020, May 29). Retrieved from https://www.phakhaolao.la/kb/0000750
MLA 8th ed. ດອກຊາຍເຫີນ / Butterfly lily. Pha Khao Lao, 29 May 2020, https://www.phakhaolao.la/kb/0000750.
Chicago 17th ed. Pha Khao Lao. 2020. "ດອກຊາຍເຫີນ / Butterfly lily." Published May 29, 2020. https://www.phakhaolao.la/kb/0000750.
Gandasulium coronarium (J.Koenig) Kuntze
Gandasulium lingulatum (Hassk.) Kuntze
Hedychium chrysoleucum Hook.
Hedychium coronarium var. baimao Z.Y. Zhu
Hedychium coronarium var. chrysoleucum (Hook.) Baker
Hedychium coronarium var. maximum (Roscoe) Eichler
Hedychium gandasulium Buch.-Ham. ex Wall.
Hedychium lingulatum Hassk.
Hedychium maximum Roscoe
Hedychium prophetae Buch.-Ham. ex Wall.
Hedychium spicatum Lodd.
Hedychium sulphureum Wall.
Kaempferia hedychium Lam.
Eng: Butterfly lily, Garland flower, Ginger lily, White ginger
ຕົ້ນມະຫາຫົງຈັດເປັນໄມ້ລົ້ມລຸກທີ່ມີເຫງົ້າຢູ່ໃຕ້ດິນ, ເຫງົ້າເປັນສີນວນ ແລະ ມີກິ່ນສະເພາະ, ຕົ້ນສູງ 1-1.5 ມ, ລໍາຕົ້ນມີລັກສະນະກົມ ແລະ ເປັນສີຂຽວ, ຂະຫຍາຍພັນດ້ວຍວິທີການແຍກເຫງົ້າໄປປູກ. ໃບເປັນໃບດ່ຽວອອກລຽງສະຫຼັບກັນ, ມີໃບ 7-12 ໃບຕໍ່ຕົ້ນ, ລັກສະນະຂອງໃບເປັນຮູບຂອບຂະໜານ ຫຼື ຮູບໃບຫອກ, ປາຍໃບແຫຼມ, ກົກໃບມົນ, ໃບກວ້າງ 5-8 ຊມ ແລະ ຍາວ 16-25 ຊມ, ໃບດ້ານເທິງກ້ຽງ, ສ່ວນດ້ານລຸ່ມມີຂົນນຸ່ມ. ອອກດອກເປັນຊໍ່ຢູ່ຍອດຂອງລໍາຕົ້ນ, ດອກມີໃບປະດັບຈໍານວນຫຼາຍລຽງຊ້ອນກັນ, ດອກມີຂະໜາດໃຫຍ່, ມີກິ່ນຫອມເຢັນ, ເມື່ອດອກບານໃໝ່ໆຈະມີສີຂາວນວນ ຫຼື ສີເຫຼືອງອອກແດງ. ໝາກເປັນໝາກແຫ້ງ, ມີລັກສະນະເປັນຮູບຊົງກົມ, ແຕກອອກເປັນພູ 3 ພູ.
ປະໂຫຍດ ແລະ ສັບພະຄຸນ:
- ໃຊ້ປູກເປັນໄມ້ປະດັບໄດ້ເພາະສາມາດອອກດອກໄດ້ຕະຫຼອດປີ ແລະ ດອກມີກິ່ນຫອມ.
- ໜໍ່ອ່ອນລວກຮັບປະທານກັບແຈ່ວໄດ້.
- ນໍ້າມັນຈາກເຫງົ້າສົດສາມາດໃຊ້ເປັນຢາຂ້າແມງໄມ້ໄດ້.
- ເຫງົ້ານໍາມາຕົ້ມກັບນໍ້າດື່ມຈະຊ່ວຍແກ້ອາການທ້ອງອືດໄດ້.
- ເຫງົ້ານໍາມາຕົ້ມເປັນຢາແກ້ຕ່ອມທອນຊິດອັກເສບໄດ້.
- ເຫງົ້າໃຊ້ເປັນຢາບໍາລຸງກໍາລັງ ແລະ ຢາອາຍຸວັດທະນະ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
1) ຢາອາຍຸວັດທະນະ ໂດຍໃຊ້ເຫງົ້າສອຍເປັນແຜ່ນບາງໆ, ຕາກແດດໃຫ້ແຫ້ງແລ້ວຕໍ່າໃຫ້ເປັນຜົງລະອຽດເອົາມາປະສົມກັບນໍ້າເຜິ້ງປັ້ນເປັນຢາລູກກອນໃຊ້ຮັບປະທານເທື່ອລະ 3-5 ເມັດ ທຸກມື້. ນອກນີ້ຍັງເປັນຢາບໍາລຸງເລືອດ.
2) ແກ້ຕ່ອມທອນຊິນອັກເສບ ໂດຍໃຊ້ເຫງົ້າຫົວສົດປະມານ 15-30 ກຼາມ ລ້າງໃຫ້ສະອາດຕັດເປັນທ່ອນແລ້ວທັບນໍາໄປຕົ້ມໃນນໍ້າເດືອດ 10-15 ນາທີ, ກອງເອົານໍ້າດື່ມເປັນຢາປວນປາກມື້ລະ 3 ເທື່ອຫຼັງອາຫານ.