ຕົ້ນກະພຸກ / Elephant Ear

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Alocasia macrorrhizos (L.) G.Don / Araceae
ຊື່ພ້ອງ
Alocasia cordifolia (Bory) Cordem.
Alocasia grandis N.E.Br.
Alocasia indica (Lour.) Spach
Alocasia indica var. diversifolia Engl.
Alocasia indica var. heterophylla Engl.
Alocasia indica var. metallica (Schott) Schott
Alocasia indica var. rubra (Hassk.) Engl.
Alocasia indica var. typica Engl.
Alocasia indica var. variegata (K.Koch & C.D.Bouché) Engl.
Alocasia macrorrhizos var. rubra (Hassk.) Furtado
Alocasia macrorrhizos var. variegata (K.Koch & C.D.Bouché) Furtado
Alocasia marginata N.E.Br.
Alocasia metallica Schott
Alocasia montana (Roxb.) Schott
Alocasia pallida K.Koch & C.D.Bouché
Alocasia plumbea Van Houtte
Alocasia rapiformis (Roxb.) Schott
Alocasia uhinkii Engl. & K.Krause
Alocasia variegata K.Koch & C.D.Bouché
Arum cordifolium Bory
Arum indicum Lour.
Arum macrorrhizon L.
ຊື່ອື່ນ
Thai: ຕົ້ນກະດາດ, ກະດາດດໍາ.
Eng: Elephant ear, Giant taro, Ape, Ear elephant, Giant alocasia
ບັນຍາຍລັກສະນະພືດສາດ

ຕົ້ນກະພຸກຈັດເປັນພືດລົ້ມລຸກ, ມີເຫງົ້າເລືອໄປກັບພື້ນໜ້າດິນຄືກັບບອນ, ລໍາຕົ້ນຕັ້ງຊື່, ສູງໄດ້ 1-2 ມ, ລໍາຕົ້ນເປັນສີມ່ວງປົນສີນໍ້າຕານ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ ແລະ ແຍກໜໍ່. ໃບເປັນໃບດ່ຽວອອກລຳຕົ້ນ, ລັກສະນະໃບເປັນຮູບໄຂ່ແກມຮູບຫົວໃຈ, ປາຍໃບເປັນຕິ່ງແຫຼມ, ຂອບໃບລຽບ ຫຼື ເປັນຄື່ນແບບຫ່າງໆ, ໃບກວ້າງ 25-60 ຊມ ແລະ ຍາວ  30-90 ຊມ, ຫຼັງໃບລຽບເປັນສີຂຽວ ແລະ ເປັນມັນ, ສ່ວນທ້ອງໃບລຽບ. ອອກດອກເປັນຊໍ່, ຊໍ່ມີລັກສະນະເປັນແທ່ງຍາວຄ້າຍກັບດອກບອນ, ດອກມີກາບເຫຼືອງອົມຂຽວຫຸ້ມຢູ່, ດອກເພດຜູ້ ແລະ ເພດແມ່ແຍກກັນ. ໝາກເປັນໝາກສົດມີລັກສະນະກົມ, ເນື້ອໃນນຸ່ມສີແດງ ແລະ ມີແກ່ນແຂງຢູ່ 1 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ຕົ້ນກະພຸກນິຍົມປູກເປັນໄມ້ປະດັບ.
   - ເຫງົ້າຕົ້ມໃຫ້ສຸກສາມາດໃຊ້ຮັບປະທານໄດ້ ຫຼື ຈະໃຊ້ສໍາຫຼັບໃສ່ແກງກໍໄດ້.
ສັບພະຄຸນ:
   - ຮາກ: ມີລົດຈືດໃຊ້ເປັນຢາລະບາຍ, ຂັບປັດສະວະ, ແກ້ພິດແມງກັດ.
   - ເຫງົ້າ: ມີລົດເຢັນເມົາໃຊ້ພອກແຜເປັນໜອງ, ບາງທ້ອງຖິ່ນໃຊ້ເປັນອາຫານ.
   - ລໍາຕົ້ນ ແລະ ກ້ານໃບ: ມີລົດເຢັນຕົ້ມນໍ້າຖິ້ມຫຼາຍໆເທື່ອໃຊ້ຮັບປະທານໄດ້.
   - ຮາກ: ມີລົດເຢັນແກ້ອາການອັກເສບບວມແດງຕາມຂໍ້.
   - ນໍ້າຈາກກ້ານໃບ: ມີລົດເຢັນຄັນດື່ມແກ້ອາການໄອ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   - ຮັກສາແຜທີ່ເປັນໜອງ ໂດຍໃຊ້ເຫງົ້າຫົວໃຕ້ດິນ 15-30 ກຼາມ, ລ້າງນໍ້າໃຫ້ສະອາດຊອຍແລ້ວຕໍາໃຫ້ມຸ່ນປະສົມເຫຼົ້າຕົ້ມເລັກນ້ອຍແລ້ວໃຊ້ພອກແຜທີ່ມີໜອງຕອນເຊົ້າ ແລະ ຕອນແລງ.
   - ເປັນຢາລະບາຍ ແລະ ຂັບປັດສະວະ ໂດຍໃຊ້ຮາກສົດ 30-50 ກຼາມ, ຕັດໃສ່ໝໍ້ດິນເຕີມນໍ້າສະອາດ 3 ສ່ວນ, ຕົ້ມ ແລະ ຄ່ຽວໃຫ້ເຫຼືອນໍ້າພຽງ 1 ສ່ວນ ກອງເອົານໍ້າດື່ມຄັ້ງລະ 1 ແກ້ວ (250 ຊີຊີ) ມື້ລະ 2 ເທື່ອ, ຫຼັງອາຫານອາການຈະດີຂຶ້ນ.

ການປະກອບສ່ວນ