ແມງຈຸດຈີ່ຫວາຍ / Dung Beetle

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Copris nevinsoni Waterhouse, 1891 / Scarabaeidae
ຊື່ພ້ອງ
ຊື່ອື່ນ
Thai: แมลงกุดจี่หวาย
ພັນລະນາລັກສະນະສັນຖານ

ແມງຈຸຈີ່ຫວາຍອາດມີຂະໜາດນ້ອຍ, ລຳໂຕຍາວປະມານ 2 ຊມ. ມີສີນ້ຳຕານເຂັ້ມຈົນເປັນສີດຳ, ມີເຂົາທີ່ສ່ວນຫົວ. ລຳໂຕເປັນຮູບໄຂ່, ໜວດແບບຄ້ອນກະບອງ, ປາກເປັນແບບກັດ, ຂາຄູ່ໜ້າມີລັກສະນະເປັນໜາໜາມ, ເປັນແຜ່ນແປ, ຂາອິກ 2 ຄູ່, ມີລັກສະນະແປກວ້າງ. ມີປີກແຂງຄຸມຮອດສ່ວນກົ້ນ, ລຳໂຕ ແລະ ປີກເປັນສີດຳເຂັ້ມ, ບໍລິເວນປີກມີຮ່ອງຕາມຄວາມຍາວຂ້າງລະ 8 ຮ່ອງ, ເປັນແມງທີ່ມີຂະໜາດນ້ອຍ. 

ແຫຼ່ງທີ່ຢູ່ອາໄສ: ຈຸຈີ່ຫວາຍອາໄສຢູ່ຕາມມູນສັດ ເຊັ່ນ: ຂີ້ຄວາຍ, ຂີ້ງົວ. ເມື່ອງົວ ຫຼື ຄວາຍຂີ້ປະໄວ້ໃນຊ່ວງກາງຄືນມັນຈະບິນມາຢູ່. ມັນຈະຂຸດຮູຢູ່ກ້ອງມູນສັດ ແລະ ສະສົມອາຫານເພື່ອລ້ຽງລູກອ່ອນຂອງມັນ. 

ບັນຍາຍການນຳໃຊ້

ການຊອກຫາຈຸຈີ່ຫວາຍກໍ່ຄືກັບການຫາຈຸຈີ່ທົ່ວໄປ. ໂດຍໄປຊອກແຕ່ເຊົ້າຕາມມູນສັດທີ່ຂີ້ໄວ້ຕາມທົ່ງນາ, ຕ້ອງຂຸດຊອກໃນກ້ອງຂີ້ສັດທີ່ຂີ້ໃຫມ່ປະມານໜື່ງຄືນ ເພາະກ້ອງທີ່ປະໄວ້ໜື່ງຄືນແລ້ວຈະມີແມງຈຸຈີ່ຫລາຍ. ເມື່ອຂຸດໄດ້ມາແລ້ວກໍ່ໃສ່ຄ້ອງຂັງປະໄວ້ໜື່ງຄືນເພາະໃຫ້ແມງຈຸຈີ່ຂີ້ອອກໝົດແລ້ວ. ຈື່ງນຳເອົາໄປລ້າງໃຫ້ສະອາດ ແລ້ວນຳໄປເຮັດອາຫານປະເພດຕ່າງໆເຊັ່ນ: ແຈ່ວ, ຂົ້ວ, ແກງ ແລະ ເອາະ...

ການສຶບພັນ ແລະ ວົງຈອນຊີວິດ

-

ການປະກອບສ່ວນ