ແມງສີສຽດ / Water Scopion Beetle
APA 6th ed. ແມງສີສຽດ / Water Scopion Beetle. (2019, December 5). Retrieved from https://www.phakhaolao.la/kb/0000734
MLA 8th ed. ແມງສີສຽດ / Water Scopion Beetle. Pha Khao Lao, 5 December 2019, https://www.phakhaolao.la/kb/0000734.
Chicago 17th ed. Pha Khao Lao. 2019. "ແມງສີສຽດ / Water Scopion Beetle." Published December 5, 2019. https://www.phakhaolao.la/kb/0000734.
ລັກສະນະລຳໂຕຂອງແມງສີສຽດເປັນຮູບໄຂ່ຄ່ອນຂ້າງແປ, ລຳໂຕຍາວ 37-46 ມມ. ສ່ວນຫົວ, ສ່ວນເອິກເປັນສີນ້ຳຕານ, ທ້ອງດ້ານລຸ່ມເປັນສີແດງເຂັ້ມ, ເປັນແມງທີ່ມີປີກຈະເລິນເຕິບໂຕໄດ້ດີ, ແຕ່ບໍ່ມັກບິນ, ຂອບປີກເປັນສີເຫຼືອງປົນສີນ້ຳຕານ, ຂາຄູ່ໜ້າເປັນແບບຂາຈັບ ຫຼື ຂາໜິບ, ຂາຄູ່ຫຼັງເປັນແບບຂາຍ່າງ, ບໍລິເວນປານສຸດຂອງທ້ອງມີຫາຍຍາວປະກົບກັນເປັນທໍ່ໂດຍຈະເກັບຟອງອາກາດໄວ້ເພື່ອຫາຍໃຈ ສາມາດຍື່ນຂື້ນມາເທີງໜ້ານ້ຳໄດ້ ເພື່ອຊ່ວຍໃນການຫາຍໃຈຢູ່ໃຕ້ນ້ຳ ແຜ່ນຫາງນີ້ມີຄວາມຍາວເທົ່າກັບຄວາມຍາວຂອງລຳໂຕ ແມງສີສຽດເປັນແມງທີ່ມີການເຄື່ອນໄຫວຊ້າ ແລະ ຈັບສັດນ້ຳຂະໜາດນ້ອຍເປັນອາຫານ.
ແຫຼ່ງທີ່ຢູ່ອາໄສ: ແມງສີສຽດສ່ວນຫຼາຍອາໄສຢູ່ຕາມຕົມໃນແຫຼ່ງນ້ຳນິ້ງ ແລະ ຄ່ອນຂ້າງເປັນບວກ ເຊັ່ນ: ບວກຄວາຍ, ແຕ່ກໍ່ສາມາດພົບໄດ້ຕາມໜອງບືງຕ່າງໆ.
ຊາວບ້ານມັກໃຊ້ສະຫວິງຊ້ອນ ເພາະສະຫວິງສາມາດຕັກໄດ້ເລິກຕາມຕົມ. ເມື່ອຈັບແມງສີສຽດຕ້ອງໄດ້ລະມັດລະວັງເພາະເປັນຂາຄູ່ຂາຈະໜິບ, ວິທີຈັບແມ່ນໃຫ້ຈັບທາງດ້ານຫຼັງຂອງມັນ. ຖ້າຈັບດ້ານທ້ອງຂາຈະໜິບໄດ້. ມັກເອົາເຮັດອາຫານປະເພດເອາະໃສ່ກັບພວກອິຮວກ ແລະ ແມງໄມ້ຊະນິດອື່ນ. ແຕ່ກ່ອນຈະນຳໄປປູງແຕ່ງຕ້ອງໄດ້ລ້າງໃຫ້ສະອາດ ເພາະແມງຊະນິດນີ້ມັກອາໄສຢູ່ຕາມຕົມ.
-