ແມງອີ / Chorus cicada

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Platylomia radha (Distant, 1881) / Cicadidae
ຊື່ພ້ອງ
Dundubia radha Distant, 1881
Dundubia similis Distant, 1888
Cosmopsaltria similis Distant, 1889
Cosmopsaltria radha Distant, 1889
Platylomia operculata Distant, 1913
ຊື່ອື່ນ
Thai: แมงอี, แมงอี่
ພັນລະນາລັກສະນະສັນຖານ

ລຳໂຕຍາວ 2-4 ຊມ, ມີໜວດເປັນຮູບຂົນ, ມີຕາດ່ຽວ 3 ຕາລຽງກັນເປັນຮູບສາມຫຼ່ຽມ. ສ່ວນຫົວ, ລຳໂຕ, ແລະ ທ້ອງຈະເຊື່ອມຕໍ່ກັນເປັນສ່ວນດຽວກັນ. ປິກບາງໃສ ແລະ ຍາວກວ່າລຳໂຕ, ເວລາເກາະຢູ່ກັບທີ່ ປິກຈະຫຸບຕິດກັນເປັນຮູບສາມຫຼ່ຽມ. ຂາ 3 ຄູ່, ເປັນຂາແບບຍ່າງ. ໂຕອ່ອນມີລັກສະນະຮູບຮ່າງຄ້າຍຄືໂຕເຕັມໄວ, ມີສີນ້ຳຕານອ່ອນ, ຕາໃຫຍ່, ຂາໜ້າມີຂະໜາດໃຫຍ່ໄວ້ສຳຫຼັບຂຸດດິນ. ໂຕຜູ້ສາມາດເຮັດສຽງດັງໄດ້ເຖິງ 100 ເດຊີເບລ, ສຽງຂອງມັນມີຄວາມຖິ່ສູງ, ແຕກຕ່າງຈາກຈັກຈັ່ນຊະນິດອື່ນ. ມັນຈະຮ້ອງໃນເວລາກາງເວັນໃນອຸນຫະພູມ 32-33 ອົງສາ, ຊ່ວງເດືອນ ມີນາ-ເມສາ.

ການສຶບພັນ ແລະ ວົງຈອນຊີວິດ

ການຈະເລິນເຕິບໂຕຂອງແມ່ອິເປັນແບບບໍ່ສົມບູນເພດຄື: ໄລຍະໂຕອ່ອນມີຮູບຮ່າງລັກສະນະເຊັ່ນດຽວກັບໂຕເຕັມໄວຕ່າງກັນແຕ່ໂຕອ່ອນຈະບໍ່ມີປິກ, ເມື່ອຫຼອກຄາບປິກຈະຄ່ອຍໆຍາວອອກ. ໄລຍະໄຂ່ ໂຕແມ່ຈະອາໄສເປືອກໄມ້ເພື່ອວາງໄຂ່ ເມື່ອໄຂ່ຟັກກາຍເປັນໂຕອ່ອນຈະລ່ວງລົງສູ່ພື້ນດິນ ໂດຍໄຂ່ໃຊ້ເວລາຟັກປະມານ 4 ເດືອນ.
ໄລຍະໂຕອ່ອນ ອາໄສໃນດິນທີ່ຄວາມເລິກຕັ້ງແຕ່ 30-250 ຊມ, ດູດນ້ຳລ້ຽງຈາກຮາກພືດ. ໂຕອ່ອນມີຂາໜ້າຂະນາດໃຫຍ່ສຳຫຼັບຂຸດດິນ, ບາງຄັ້ງຈະເຫັນດິນເປັນແທ່ງຊົງກະບອກເສັ້ນຜ່ານສູນກາງປະມານ 2 ຊມ. ບິດເປັນກຽວໂພ້ນຂຶ້ນມາຈາກດິນສູງປະມານ 5-7 ຊມ, ຄ້າຍກັບດິນທີ່ເກີດຈາກຂຶ້ນກະເດືອນ. ໂຕອ່ອນຈະໃຊ້ເວລາປະມານ 4-6 ເດືອນ. 
ໂຕເຕັມໄວ ເມື່ອໂຕອ່ອນພັດທະນາເຕັມທີ່ ຈະໄຕ່ຂຶ້ນມາຢູ່ຕາມຕົ້ນໄມ້ເພື່ອຫຼອກຄາບເປັນໂຕເຕັມໄວ, ໃນເດືອນກຸມພາ-ເມສາ, ໄລຍະທີ່ເປັນໂຕເຕັມໄວຈະປະມານ 1-2 ເດືອນ. ຈະມີອາຍຸປະມານ 2 ປີ, ສ່ວນຫຼາຍໃຊ້ຊິວິດໃຕ້ດິນ, ຊ່ວງເວລາທີ່ເຮົາເຫັນທີ່ຈັບຢູ່ຕາມຕົ້ນໄມ້ແມ່ນຊ່ວງອອກມາປະສົມພັນ. ຈາກນັ້ນກໍ່ລົງຢູ່ໃນດິນ.

ການປະກອບສ່ວນ