ຕໍ່ດ່ານ / Asian giant hornet

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Vespa mandarinia magnifica Smith, 1852 / Vespidae
ຊື່ພ້ອງ
Vespa japonica Radoszkowski, 1857
Vespa bellona Smith, 1871
Vespa magnifica v. latilineata Cameron, 1903
Vespa mandarina Dalla Torre, 1894 (misspelling)
Vespa magnifica sonani Matsumura, 1930
ຊື່ອື່ນ
ພັນລະນາລັກສະນະສັນຖານ

ຕໍ່ດ່ານເປັນຕໍ່ຂະໜາດໃຫຍ່ລຳໂຕເຕັມໄວຍາວ 4-7 ຊມ. ຫົວເປັນສີສົ້ມປົນສີເຫຼືອງ, ມີຕາດ່ຽວ ແລະ ຕາປະສົມ. ໜວດໜື່ງຄູ່ເປັນແຂ້ວເລື່ອຍ. ປາກແບບກັດ, ມີແຂ້ວແຫຼມຄົມ. ຂາ 3 ຄູ່, ຄູ່ຫຼັງມີຂະໜາດໃຫຍ່ກວ່າຂາຄູ່ອື່ນໆ. ປີກບາງ ແລະ ໃສ. ບໍລິເວນໜ້າເອິກຈະເປັນສີດຳ, ບໍລິເວນຈະເປັນສີດຳກ່ານກັບສີເຫຼືອງສົ້ມ. ກົ້ນແຫຼມ. ໂຕອ່ອນເປັນສີຂາວນວນ.

ບັນຍາຍການນຳໃຊ້

ເປັນຕໍ່ທີ່ມີຂະໜາດໃຫຍ່ ແລະ ມີຄວາມນິຍົມກັນຮັບປະທານຫຼາຍ ຈື່ງເລີ່ມເຮັດໃຫ້ນາງຕໍ່ຊະນິດ່ນີ້ມີລາຄາຂ້ອນຂ້າງແພງຕາມຕະຫຼາດທ້ອງຖີ່ນ. ຈະພົບຫຼາຍໃນຕະຫຼາດທ້ອງຖີ່ນແຂວງຊຽງຂວາງ, ຫຼວງພະບາງ ແລະ ຫົວພັນ. ນິຍົມເຮັດໝົກ, ເອາະ ຫຼື ແກງ. ໂດຍທົ່ວໄປລາຄາ 120,000-160,000 ກິບ/ກິໂລ, (ລວມທັ້ງຮັງ).

ການສຶບພັນ ແລະ ວົງຈອນຊີວິດ

ມັນຈະສ້າງຮັງໃນໂຜ້ງດິນ ແມ່ລາຊີນີຈະເລີ່ມໄຂ່ປະມານເດືອນ ເມສາ-ມິຖຸນາ, ມັນຈະເປັນໜອນຈົນຮອດປະມານເດືອນກັນຍາ-ຕຸລາ. ຈາກນັ້ນຈະເຂົ້າເປັນດັກແດ້ຈົນຮອດ ເດືອນກຸມພາ-ມີນາ ຈະເລີ່ມເປັນໂຕເຕັມໄວ.

ການປະກອບສ່ວນ