ຕັກກະແຕນເຂົ້າ / Rice Grasshopper

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Cyrtacanthacris tatarica tatarica (Linnaeus, 1758) / Acrididae
ຊື່ພ້ອງ
Cyrtacanthacris compta Walker, 1870
Cyrtacanthacris concisa Walker, 1870
Cyrtacanthacris internexa Walker, 1870
Gryllus (Locusta) ranacea Stoll, 1813
Acridium ruficorne Serville, 1838
Cyrtacanthacris subliturata Walker, 1870
ຊື່ອື່ນ
Thai: ตั๊กแตนข้าว, ตั๊กแตนข้าวเจ้า, ตั๊กแตนหวาย
ພັນລະນາລັກສະນະສັນຖານ

ຕັກກະແຕນເຂົ້າເປັນຕັກກະແຕນຂະໜາດໃຫຍ່, ເມື່ອໂຕເຕັມໄວ ມີຂະໜາດຍາວ 10 ຊມ, ລຳໂຕເປັນສີເທົາຈາງໆ ປົນກັບສີດຳ ຫຼື ສີເຫຼືອງເທົາ. ໂຕຜູ້ຈະມີຂະໜາດ 6-6.5 ຊມ ແລະ ໂຕແມ່ຈະຍາວ 8-10 ຊມ. ສີຂອງໂຕຜູ້ ແລະ ໂຕແມ່ຄືກັນ, ລຳໂຕມີສີນ້ຳຕານອ່ອນສະຫຼັບກັບຈຸດສີນ້ຳຕານແກ່. ແກ້ມທັ້ງສອງຂ້າງມີແຖບສີດຳພາດຈາກຂອງຕາລວມດ້ານລຸ່ມເຖິງປາກ. ປີກຍາວກາຍລຳໂຕໄປປະມານ 1/5 ເທົ່າໂຕ. ປີກຄູ່ທຳອິດແຂງມີແຖບສີຂາວ, ດ້ານໃນສີເຫຼືອງອ່ອນ, ປີກຄູ່ໃນເປັນເຍື່ອບາງໃສ, ໂຄນປິກເປັນສີຂາວ ຫຼື ສີບົວ. ມີປາກແບບກັດ. ຕາ 1 ຄູ່ເປັນຕາປະສົມ. ມີໜວດແບບເສັ້ນດ້າຍ. ມີຂາ 3 ຄູ່, ຂາຍ່າງ 2 ຄູ່, ຂາກະໂດດ 1 ຄູ່. 

ການສຶບພັນ ແລະ ວົງຈອນຊີວິດ

ໃນຮອບໜື່ງປີ ມີການຂະຫຍາຍພັນພຽງ 1 ຄັ້ງ. ລະດູປະສົມພັນຢູ່ໃນຊ່ວງເດືອນມິນ-ເມສາ, ອັດຕາສ່ວນໂຕຜູ້ 1 ໂຕແມ່ 2 ໂຕ. ເມື່ອປະສົມພັນແລ້ວໂຕແມ່ຈະວາງໄຂ່ໃນດິນ ລະຫວ່າງເດືອນເມສາ-ພືດສະພາ. ວາງໄຂ່ເລິກຈາກໜ້າດິນ 2-5 ຊມ, ມີຂະໜາດເສັ້ນຜ່າສູນກາງປະມານ 8 ມມ, ຫໍ່ຫຸ້ມດ້ວຍຟອງນ້ຳສີຂາວ. ໂຕແມ່ຈະວາງໄຂ່ 1-3 ຮ່ວງ. ໄຂ່ 1 ຮ່ວງມີຈຳນວນໄຂ່ 96-152 ໜ່ວຍ, ເມື່ອລວມກັນໃນໄຂ່ 1-3 ຮ່ວງຈະມີໄຂ່ຈຳນວນ 288-457 ໜ່ວຍ. ອາຍຸໄຂ່ 35-51 ວັນ. ໄຂ່ຟັກເປັນໂຕອ່ອນໃນຊ່ວງເດືອນ ພືດສະພາ-ກໍລະກົດ. ໂຕອ່ອນຈະລອກຄາບປະມານ 5 ຄັ້ງ. ຊ່ວງອາຍຸໂຕອ່ອນ 56-81 ວັນ. ເລີ່ມເປັນໂຕເຕັມໄວປະມານເດືອນກໍລະກົດ, ອາຍຸເປັນໂຕເຕັມໄວ 8-9 ເດືອນ. ເມື່ອວາງໄຂ່ແລ້ວມັນຈະຕາຍ.

ການປະກອບສ່ວນ