ແມງມັນເຂົ້າ / Conehead Grasshopper
APA 6th ed. ແມງມັນເຂົ້າ / Conehead Grasshopper. (2019, December 6). Retrieved from https://www.phakhaolao.la/kb/0000724
MLA 8th ed. ແມງມັນເຂົ້າ / Conehead Grasshopper. Pha Khao Lao, 6 December 2019, https://www.phakhaolao.la/kb/0000724.
Chicago 17th ed. Pha Khao Lao. 2019. "ແມງມັນເຂົ້າ / Conehead Grasshopper." Published December 6, 2019. https://www.phakhaolao.la/kb/0000724.
Eng: black-nosed conehead
ລຳໂຕເປັນສີນ້ຳຕານ ແລະ ສີຂຽວ, ຍາວປະມານ 3 ຊມ. ປີກຍາວ 5 ຊມ, ປີກຄູ່ນອກຈະເປັນສີຂຽວ ຫຼື ສີນ້ຳຕານຄ້າຍເຟືອງເຂົ້າ, ປີກຄູ່ໃນຈະເປັນສີບົວສວຍງາມ, ບາງ ແລະ ໃສ. ປາກສີບົວເປັນປາກແບບກັດ. ສ່ວນຫົວແຫຼມ, ມີໜວດໜື່ງຄູ່ຮຽວຍາວເປັນແບບເສັ້ນດ້າຍ. ຂາ 3 ຄູ່, 2 ຄູ່ເປັນຂາຍ່າງ, ສ່ວນຄູ່ຫຼັງເປັນຂາກະໂດດທີ່ແຂງແຮງ. ຢູ່ກົ້ນຈະບໍ່ມີລະຍາງແຂງຍື່ນອອກມາ.
ເມື່ອປະສົມພັນແລ້ວພວກມັນຈະວາງໄຂ່ບ່ອນດິນທີ່ມີຄວາມຊຸ່ມຊື່ນ, ໃນຊ່ວງເດືອນມິຖຸນາ, ໃນທີ່ຂະນະທີ່ແມງຕັກກະແຕນສ່ວນຫຼາຍຈະວາງໄຂ່ປະມານເດືອນພຶດສະພາ, ໂຕອ່ອນທີ່ຟັກອອກຈາກໄຂ່ມີລັກສະນະຄ້າຍໂຕເຕັມໄວ, ແຕ່ຍັງມີອະໄວຍະວະບາງຢ່າງບໍ່ຄົບຖ້ວນ ເຊັ່ນ: ປີກບໍ່ຍັງມີ, ເມື່ອມີການລອກຄາບ ຈື່ງມີປີກ ແລະ ຈະເລີນເຕິບໂຕຕໍ່ໄປເລື້ອຍໆ, ຈົນມີລັກສະນະຄືກັບໂຕເຕັມໄວ ມັນຈະລອກຄາບປະມານ 4 ຄັ້ງ, ເພື່ອເຂົ້າສູ່ໂຕເຕັມໄວ ຈາກນັ້ນຈະກິນອາຫານຈາກທໍ່ນ້ຳລ້ຽງຂອງພືດ ສະສົມໄຂມັນໃນທ້ອງເພື່ອຕໍ່ສູ່ກັບລະດູແລ້ງ, ເມື່ອເດືອນຕຸລາ-ພະຈິກ ຂອງທຸກປີ, ທ້ອງຂອງແມງໄມ້ຊະນິດນີ້ຈະເຕັມໄປດ້ວຍໂປຣຕິນ ແລະ ໄຂມັນ.