ແມງຈີ່ນູນໃຫຍ່ / White Grub

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Lepidiota stigma (Fabricius,1798) / Scarabaeidae
ຊື່ພ້ອງ
Melolontha alba Olivier, 1789
ຊື່ອື່ນ
Eng: Curl grub
Thai: แมลงนูนหลวง
ພັນລະນາລັກສະນະສັນຖານ

ເປັນແມງໄມ້ປິກແຂງຂະໜາດໃຫຍ່, ກວ້າງ 15-20 ມມ, ຍາວ 32-50 ມມ. ສ່ວນສ່ວນທ້າຍຂອງປິກມີຈຸດສີຂາວເປັນດ່າງ. ໂຕຜູ້ມີສີນ້ຳຕານດຳທົ່ວໂຕ. ສ່ວນໂຕແມ່ມີສີນໍ້າຕານປົນສີເທົາ. ມີໜວດແບບແຂ້ວເລື່ອຍ. ປາກແບບປາກກັດ. ປິກຄູ່ທຳອິດແຂງ ແລະ ປົກຄູ່ທີ່ສອງໄວ້, ສ່ວນຄູ່ທີ່ສອງຈະບາງ ແລະ ໃສ. ຂາທັ້ງໝົດເປັນແບບຂາຍ່າງ. ຕາ 1 ຄູ່ເປັນຕາແບບຕາປະສົມ. ໄຂ່ມີສີຂາວຄ່ອນຂ້າງກົມ, ເປືອກແຂງ, ມີຄວາມກວ້າງປະມານ 4 ມມ. ຍາວປະມານ 5 ມມ, ອາຍຸຂອງໄລຍະເປັນໄຂ່ 15-28 ວັນ. ໜອນມີລຳໂຕສີຂາວ ແລະ ຮູບຮ່າງໂຄ້ງ, ຫົວເປັນສີນ້ຳຕານມີຂະໜາດໃຫຍ່ ແລະ ແຂງ, ປາກມີແຂ້ວໃຫຍ່ແຂງແຮງ, ເຫັນຂາຊັດເຈນ, ໜອນຈະມີການລອກຄາບ 3 ຄັ້ງ, ໜອນໃຫຍ່ເຕັມທີ່ມີຂະໜາດກວ້າງ 20-25 ມມ, ຍາວ 65-70 ມມ, ກະໂຫຼກຫົວກວ້າງ 10 ມມ. ອາຍຸໄລຍະທີ່ເປັນໜອນ 8-9 ເດືອນ. ດັກແດ້ຈະຢູ່ໃຕ້ດິນເລິກປະມານ 30-60 ຊມ, ໜອນເຂົ້າເປັນດັກແດ້ໃຫມ່ໆ ມີສີຂາວນວນ ຫຼື ສີຄຣິມ ແລ້ວປ່ຽນເປັນສີນ້ຳຕານແດງດ ກ່ອນເປັນໂຕເຕັມໄວຈະມີສີນ້ຳຕານດຳ, ໜວດ, ຂາ ແລະ ປິກເຄື່ອນໄຫວເປັນອິດສະຫຼະເຫັນຊັດເຈນ, ອາຍຸໄລຍະນີ້ປະມານ 2 ເດືອນ.

ການສຶບພັນ ແລະ ວົງຈອນຊີວິດ

ຕອນກາງຄືນຈະບິນອອກມາເພື່ອຫາຄູ່ປະສົມພັນ, ເມື່ອຈັບຄູ່ໄດ້ແລ້ວໂຕແມ່ຈະເອົາຂາຈັບຢູ່ງ່າໄມ້, ສ່ວນໂຕຜູ້ໃນຂະນະທີ່ປະສົມພັນຈະຫ້ອຍລົງມາໂດຍບໍ່ໄດ້ເກາະງ່າໄມ້, ໃຊ້ເວລາປະສົມພັນປະມານ 15-30 ນາທີ, ຈື່ງແຍກຈາກກັນ, ຫຼັງຈາກນັ້ນ 14-25 ວັນ, ໂຕແມ່ຈຶ່ງເລີ່ມວາງໄຂ່ໃນດິນ, ໂດຍຂຸດຮູເລິກປະມານ 15 ຊມ, ວາງໄຂ່ຕິດຕໍ່ກັນ 2-6 ວັນ, ໂຕແມ່ສາມາດວາງໄຂ່ໄດ້ 15-30 ໜ່ວຍ, ໂຕເຕັມໄວມີອາຍຸ 30-40 ວັນ, ຊ່ວງອອກຈາກດັກແດ່ເປັນໂຕເຕັມໄວຢູ່ໃນຊ່ວງລະດູຝົນປະມານເດືອນມີນາ-ມິຖຸນາ.

ການປະກອບສ່ວນ