ແມງຄັບຂາແດງ / Red Legs Jewel Beetles

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Sternocera ruficornis Saunders, 1866 / Buprestidae
ຊື່ພ້ອງ
Sternocera kerremansi Kerremans, 1888
ຊື່ອື່ນ
Thai: แมลงทับบ้านขาแดง
ພັນລະນາລັກສະນະສັນຖານ

ເປັນແມງໄມ້ປິກແຂງ, ລຳໂຕຍາວປະມານ 4 ຊມ, ທົ່ວໂຕຈະເປັນສີຂຽວມັນວາວ, ປ້ອງເອິກທຳອິດຈະມີຂຸມເປັນຈຸດໆ. ມີຂາທັ້ງໝົດ 3 ຄູ່, ເປັນສີນ້ຳຕານແດງ. ຫົວມີຂະໜາດນ້ອຍ, ຊ້ອນຢູ່ໃຕ້ປ້ອງເອິກ ເຊິ່ງໂຄ້ງນູນຮຽວໄປທາງຫົວເຊື່ອມກັບເອິກປ້ອງສ່ວນກາງ, ສ່ວນທ້ອງມົນຮຽວໄປທາງດ້ານປາຍຫາງ. ມີໜວດແບບແຂ້ວເລື່ອຍ. ປາກແບບປາກກັດ. ປິກຄູ່ທຳອິດແຂງ ແລະ ປົກຄູ່ທີ່ສອງໄວ້, ສ່ວນຄູ່ທີ່ສອງຈະບາງ ແລະ ໃສ. ຂາທັ້ງໝົດເປັນແບບຂາຍ່າງ. ຕາ 1 ຄູ່ເປັນຕາແບບຕາປະສົມ.

ບັນຍາຍການນຳໃຊ້

ເປັນແມງໄມ້ທີ່ເກັບເພື່ອເປັນອາຫານໃນທ້ອງຖີ່ນ, ສາມາດພົບພວກມັນໃນຊ່ວງລະດູຝົນ. ນອກຈາກເປັນອາຫານແລ້ວ ມັນຍັງເປັນແມງໄມ້ທີ່ຂາຍເປັນສີນຄ້າ ໂດຍສະເພາະປະດິດເປັນເຄື່ອງປະດັບທີ່ສວຍງາມ ແລະ ມີລາຄາແພງ.

ການສຶບພັນ ແລະ ວົງຈອນຊີວິດ

ການຈັບຄູ່ປະສົມພັນໃນເວລາກາງວັນເຊິ່ງໃຊ້ເວລາປະມານ 1-2 ຊົ່ວໂມງ, ທັ້ງນີ້ຂຶ້ນຢູ່ກັບການຍອມຮັບຂອງໂຕແມ່, ເມື່ອປະສົມພັນແລ້ວໂຕແມ່ຈະວາງໄຂ່ທີ່ບໍລິເວນຕົ້ນໄມ້ທີ່ຈະໃຊ້ເປັນອາຫານໃຫ້ແກ່ລູກອ່ອນ, ມັນຈະຂຸດລົງດິນເລິກປະມານ 1-3 ຊມ. ວາງໄຂ່ເທື່ອລະໜ່ວຍຈຳນວນ 1-3 ໄຂ່ຕໍ່ວັນ. ໄຂ່ຈະຟັກຢູ່ໃນດິນປະມານ 2-3 ເດືອນ, ມັນຈະກັດກິນຮາກຫຍ້າຈົນເຕິບໂຕ, ຈາກນັ້ນມັນຈະສ້າງປອກດິນຫຸ້ມໂຕເປັນຝັກຫຼອກຢູ່ໃນດິນເລິກປະມານ 5-10 ຊມ, ໜອນໄວສຸດທ້າຍນີ້ຈະພັກໂຕຢູ່ໃນປອກດິນຍາວນານ 12-15 ເດືອນ, ເມື່ອເປັນໂຕເຕັມໄວແລ້ວກໍ່ຍັງອາໄສຢູ່ໃນປອກປະມານ 1 ເດືອນ ເພື່ອໃຫ້ປິກແຂງ ແລະ ພ້ອມທີ່ຈະອອກຈາກປອກດິນເມື່ອຝົນຕົກຊຸ່ມລົງຮອດປອກດິນ, ແລ້ວຈະເຈາະດິນຂຶ້ນມາເປັນຮູບມົນກົມ, ເມື່ອມີແສງແດດຈື່ງບິນໄປຫາອາຫານ. ແມງຄັບຈະອາໄສຢູ່ດິນແຕ່ໄລຍະໄຂ່ຈົນຮອດໂຕເຕັມໄວປະມານ 2 ປີ, ແຕ່ອາໄສຢູ່ເທີງໜ້າດິນ ແລະ ຫາຄູ່ປະສົມພັນ ພຽງ 1-3 ອາທິດ.

ການປະກອບສ່ວນ