ຖົ່ມຂາວ / Haldu

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Haldina cordifolia (Roxb.) Ridsdale / Rubiaceae
ຊື່ພ້ອງ
Adina cordifolia (Roxb.) Benth. & Hook.f. ex B.D.Jacks.
Adina cordifolia (Roxb.) Hook. f.
Nauclea cordifolia Roxb.
Nauclea sterculiifolia A.Rich. ex DC.
ຊື່ອື່ນ
Thai: ຂວ້າວ, ກວ້າວ
Eng: Haldu, Yellow teak
ບັນຍາຍລັກສະນະພືດສາດ

ຕົ້ນຖົ່ມຂາວຈັດເປັນໄມ້ເນື້ອແຂງຂະໜາດໃຫຍ່, ມີຄວາມສູງ 30 ມ, ລໍາຕົ້ນຕັ້ງຊື່, ເປືອກຂ້ອນຂ້າງລຽບ, ໜາ ຫຼື ແຕກເປັນສະເກັດ, ສີເທົາອົມຂຽວອ່ອນ. ໃບອອກລະຫວ່າງກ້ານໃບປະກົບກັນເປັນຄູ່ຢູ່ຍອດ, ມີເສັ້ນກາງຍາວ 1-2 ຊມ, ໃບຫຼົ່ນງ່າຍ, ໃບອອກລຽງກົງກັນຂ້າມ, ໃບເປັນຮູບໄຂ່ ຫຼື ຮູບຫົວໃຈ, ແຜ່ນໃບດ້ານເທິງມີຂົນຫຍາບສ່ວນດ້ານລຸ່ມມີຂົນສັ້ນນຸ່ມ. ອອກດອກເປັນຊໍ່ແບບກະຈຸກແໜ້ນ, ຊໍ່ດ່ຽວ, ອອກເປັນກະຈຸກຕາມງ່າມໃບ, ມີ 2-10 ຊໍ່, ດອກຍ່ອຍມີຂະໜາດນ້ອຍຈໍານວນຫຼາຍ, ສີເຫຼືອງ, ມີກິ່ນຫອມອ່ອນໆ, ກາບດອກ ແລະ ກີບດອກມີຈໍານວນ 5 ກີບ. ໝາກເປັນໝາກແຫ້ງແຕກ, ຕິດກັນເປັນກຸ່ມ, ໝາກເປັນຊົງກົມ, ແຍກເປັນ 4 ສ່ວນ, ຜິວໝາກແຂງ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
    - ເນື້ອໄມ້ແຂງປານກາງ, ເນື້ອລະອຽດ, ໃຊ້ຕົບແຕ່ງງ່າຍ, ໃຊ້ເຮັດເຄື່ອງເຮືອນ, ເຄື່ອງແກະສະລັກ, ເຄື່ອງມືທາງການກະເສດ.
    - ໃບໃຊ້ຄັ້ນເອົານໍ້າໃສ່ບາດແຜເພື່ອຂ້າແບັກທີເລີຍ. ແລະ ຮາກໃຊ້ປຸງເປັນຢາ.

ການປະກອບສ່ວນ