ເຄືອປໍເຕົ່າໄຫ້

ການນຳໃຊ້
ພືດເສັ້ນໃຍ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Enkleia malaccensis Griff / Thymelaeaceae
ຊື່ພ້ອງ
Enkleia andamanica (Hutch. ex C.E.Parkinson) N.P.Balakr.
Enkleia coriacea Hallier f.
Enkleia malayana Griff.
Enkleia riouwensis Hallier f.
Enkleia siamensis (Kurz) Nevling
Enkleia siamensis subsp. andamanica (Hutch. ex C.E.Parkinson) Nevling
Linostoma andamanicum Hutch. ex C.E.Parkinson
Linostoma scandens var. cambodiana Lecomte
Linostoma scandens var. oblongifolia Lecomte
Linostoma siamensis Kurz
ຊື່ອື່ນ
Thai: ຕົ້ນປໍເຕົ່າໄຫ້.
ບັນຍາຍລັກສະນະພືດສາດ

ເຄືອປໍເຕົ່າໄຫ້ຈັດເປັນເຄືອເນື້ອແຂງ, ລໍາຕົ້ນລຽບເປັນສີນໍ້າເຂັ້ມ, ໜຽວ, ມີມືເກາະອອກກົງກັນຂ້າມກັນ, ກິ່ງອ່ອນ ແລະ ຍອດອ່ອນມີຂົນສີນໍ້າຕານແດງຂຶ້ນປະປາຍ. ໃບເປັນໃບດ່ຽວ, ອອກກົງກັນຂ້າມ, ລັກສະນະຂອງໃບເປັນຮູບໄຂ່ ຫຼື ຮູບຮີ, ກົກໃບເປັນຮູບຫຼີ້ມ ຫຼື ມົນ, ສ່ວນຂອບໃບລຽບ, ໃບກວ້າງ 3-6 ຊມ ແລະ ຍາວ 5-10 ຊມ, ແຜ່ນໃບໜາຄ້າຍແຜ່ນໜັງ, ຜິວໃບດ້ານເທິງກ້ຽງເປັນສີຂຽວ, ມີຂົນສີເທົາ, ດ້ານລຸ່ມເປັນສີເທົາ. ອອກດອກຢູ່ປາຍກິ່ງ, ຊໍ່ດອກເປັນແບບຊໍ່ຊີ່ຣົ່ມ, ມີດອກຈໍານວນຫຼາຍ 3-15 ດອກ, ດອກເປັນສີຂຽວ ຫຼື ສີເຫຼືອງ, ໃບປະດັບເປັນເຍື່ອບາງສີຄີມແກມສີຂຽວອ່ອນ, ມີລັກສະນະເປັນຮູບຮີ, ປາຍ ແລະ ກົກມົນ, ມີຂະໜາດກວ້າງ 1-1.5 ຊມ ແລະ ຍາວ 2-5 ຊມ, ກີບດອກຈະມີ 5 ກີບ ມີລັກສະນະເປັນຮູບລີ້ນ. ອອກໝາກເປັນໝາກສົດ, ລັກສະນະຂອງໝາກເປັນຮູບໄຂ່, ປາຍແຫຼມ, ຜິວກ້ຽງ ຫຼື ຂົນລະອຽດ, ຜະໜັງຊັ້ນໃນແຂງ, ໝາກເປັນສີຂຽວ, ມີຂະໜາດກວ້າງ 0.6-0.8 ຊມ ແລະ ຍາວ 1-1.5 ຊມ, ມີໃບປະດັບສີນໍ້າຕານອ່ອນ 2 ໃບ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ເສັ້ນໃຍທີ່ໄດ້ຈາກເປືອກສາມາດນໍາມາໃຊ້ເຮັດເຊືອກໄດ້, ມີຄວາມໜຽວທົນທານ, ລວມເຖິງໃຊ້ເຮັດເຄື່ອງຈັກສານ ແລະ ເຄື່ອງໃຊ້ສອຍຕ່າງໆ.
ສັບພະຄຸນ:
   - ໝາກໃຊ້ເປັນຢາຖ່າຍ.
   - ຮາກມີສັບພະຄຸນເປັນຢາລະບາຍ.
   - ໃບນໍາມາຕົ້ມເປັນຢາຮັກສາພະຍາດຕາ.
   - ຕາມຕໍາລາໄທຈະໃຊ້ແກນມາເຮັດເປັນຢາແກ້ຫືດ, ແກ້ໄອ, ຂັບລົມ, ແກ້ປະດົງ ແລະ ອື່ນໆ.

ການປະກອບສ່ວນ