ຕົ້ນສີດາໂຄກ

ການນຳໃຊ້
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Gardenia sootepensis Hutch. / Rubiaceae
ຊື່ພ້ອງ
Gardenia massieana Pierre ex Pit.
ຊື່ອື່ນ
Lao: ໄຂ່ເນົ່າ, ສີດາໂຄກ.
Thai: ຄໍາມອກຫຼວງ, ຄໍາມອກຊ້າງ.
ບັນຍາຍລັກສະນະພືດສາດ

ຕົ້ນສີດາໂຄກຈັດເປັນຕົ້ນໄມ້ຢືນຕົ້ນຂະໜາດນ້ອຍ, ລໍາຕົ້ນສູງ 7-15 ມ, ລໍາຕົ້ນມັກຄົດງໍ, ແຕກກິ່ງກ້ານນ້ອຍ, ເປືອກລໍາຕົ້ນລຽບເປັນສີຄີມອ່ອນ ຫຼື ສີເທົາຫາເທົາເຂັ້ມ, ແຕກເປັນສະເກັດຫຼຸດອອກມາເປັນແຜ່ນບາງໆ ແລະ ມີຢາງໜຽວສີເຫຼືອງຂຸນເປັນກ້ອນທີ່ປາຍຍອດ. ໃບເປັນປາຍດ່ຽວອອກລຽງກົງກັນຂ້າມສະລັບຕັ້ງສາກ, ໂດຍອອກເປັນກະຈຸກຢູ່ປາຍຍອດ, ລັກສະນະຂອງໃບເປັນຮູບຣີ, ຮູບຂອບຂະໜານແກມໄຂ່ກັບ ຫຼື ເປັນຮູບໄຂ່ກີບ, ໃບມີຂະໜາດກວ້າງ 4-15 ຊມ ແລະ ຍາວ 9-28 ຊມ, ໂດຍໃບອ່ອນຈະເປັນສີບົວອ່ອນຫາສີແດງ, ມີຂົນສີເງິນ, ສ່ວນໃບແກ່ຫຼັງໃບເປັນສີຂຽວເຂັ້ມເປັນມັນ, ທ້ອງໃບມີຂົນລະອຽດ. ອອກດອກດ່ຽວໂດຍຈະອອກດອກຢູ່ປາຍຍອດ ຫຼື ຕາມງ່າມໃບ, ດອກເປັນສີເຫຼືອງເຂັ້ມມີກີບດອກ 5 ກີບ, ໂດຍກີບດອກເຊື່ອມຕິດກັນເປັນຫຼອດ, ມີລັກສະນະເປັນຮູບຊົງກະບອກແຄບ, ປາຍແຍກເປັນ 5 ພູ ແລະ ແຜ່ອອກ, ຕອນທໍາອິດກີບດອກເປັນສີຂາວນວນແລ້ວຈະປ່ຽນເປັນສີເຫຼືອງສົດພາຍຫຼັງ. ໝາກເປັນໝາກສົດມີເນື້ອລັກສະນະຂອງໝາກເປັນຮູບວົງຣີ, ຮູບໄຂ່, ຮູບກະສວຍແກມຮູບໄຂ່ ຫຼື ຮູບຂອບຂະໜານ, ໝາກມີຕິ່ງຢູ່ປາຍ ແລະ ສັນຕື້ນໆປະມານ 5-6 ສັນ, ໝາກເປັນສີຂຽວເຂັ້ມ ເມື່ອແກ່ຈະປ່ຽນເປັນສີດໍາ, ພາຍໃນໝາກມີເນື້ອ ແລະ ແກ່ນຈໍານວນຫຼາຍ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ເນື້ອໄມ້ສາມາດນໍາມາໃຊ້ໃນວຽກກໍ່ສ້າງ ແລະ ວຽກແກະສະລັກໄດ້.
   - ຢາງໜຽວຈາກຍອດສາມາດນໍາມາຍ່ອງຈົນເປັນກ້ອນໆແລ້ວນໍາໄປໃສ່ໃນຮ່ອງລະຫວ່າງມີດກັບດ້າມຈະຊ່ວຍໃຫ້ມີດແໜ້ນຕິດກັບດ້າມ.
   - ສາມາດປູກເປັນໄມ້ປະດັບ.
ສັບພະຄຸນ:
   - ແກນໄມ້ສາມາດນໍາໄປໃຊ້ປຸງເປັນຮັກສາພະຍາດເບົາຫວານ.
   - ແກ່ນນໍາມາຕົ້ມກັບນໍ້າໃຊ້ສະຜົມເປັນຢາຂ້າເຫົາ.

ການປະກອບສ່ວນ