ຕົ້ນຍົມຫີນ / Almond-wood
APA 6th ed. ຕົ້ນຍົມຫີນ / Almond-wood. (2019, October 8). Retrieved from https://www.phakhaolao.la/kb/0000701
MLA 8th ed. ຕົ້ນຍົມຫີນ / Almond-wood. Pha Khao Lao, 8 October 2019, https://www.phakhaolao.la/kb/0000701.
Chicago 17th ed. Pha Khao Lao. 2019. "ຕົ້ນຍົມຫີນ / Almond-wood." Published October 8, 2019. https://www.phakhaolao.la/kb/0000701.
Chukrasia chickrassa (Roxb.) J.Schultze-Motel
Chukrasia nimmonii Graham ex Wight
Chukrasia tabularis var. dongnaiensis (Pierre) Pellegr.
Chukrasia tabularis var. macrocarpa (Pierre) Pellegr.
Chukrasia tabularis var. microcarpa (Pierre) Pellegr.
Chukrasia tabularis var. tabularis
Chukrasia tabularis var. velutina (M.Roem.) King
Chukrasia trilocularis (G.Don) M.Roem.
Chukrasia velutina M.Roem.
Chukrasia velutina var. dongnaiensis Pierre
Chukrasia velutina var. macrocarpa Pierre
Chukrasia velutina var. microcarpa Pierre
Dysoxylum esquirolii H.Lév.
Eng: Almond-wood, Chickrassy Chittagong-wood
ຕົ້ນຍົມຫີນຈັດເປັນພັນໄມ້ຂະໜາດກາງຫາໃຫຍ່, ສູງ 15-25 ມ, ເປືອກຕົ້ນເປັນສີນໍ້າຕານຄໍ້າ, ສີເທົາ ຫຼື ສີເທົາປົນດໍາ, ເປືອກຊັ້ນໃນເປັນສີແດງອອກນໍ້າຕານ ຫຼື ສີບົວ, ສ່ວນກະພີ້ເປັນສີເຫຼືອງ ແລະ ແກນໄມ້ເປັນສີເຫຼືອງເຂັ້ມ. ໃບເປັນໃບປະສົມແບບຂົນນົກ, ກ້ານໃບຍາວ 30-60 ຊມ, ມີໃບຍ່ອຍ 6-20 ຄູ່ ຈັດລຽງຕົວກັນແບບສະລັບ, ແຕ່ໃບຍ່ອຍ 2 ຄູ່ທໍາອິດລຽງຕົວກັນແບບກົງກັນຂ້າມ. ອອກດອກເປັນຊໍ່ຕາມມຸມກິ່ງອ່ອນ ຫຼື ຕາມປາຍຍອດ, ປາຍຊໍ່ຫ້ອຍລົງ, ມີຄວາມຍາວ 10-30 ຊມ, ດອກຍົມຫີນມີຂະໜາດນ້ອຍ ແລະ ກິ່ນຫອມ, ເປັນດອກຊະນິດມີເພດດຽວ ແລະ ດອກແບບສົມບູນເພດ, ກີບດອກມີ 4-5 ກີບ ຕິດກັບກາບດອກເປັນສີຂຽວອອກມ່ວງ ຫຼື ສີແດງ, ກາບດອກມີປາຍມົນ. ໝາກອອກເປັນພວງ ລັກສະນະຂອງໝາກເປັນຮູບຊົງຮີ ຫຼື ຮູບໄຂ່, ໝາກເປັນແບບໝາກແຫ້ງມີເປືອກແຂງສີນໍ້າຕານ, ປາຍໝາກເປັນຕິ່ງແຫຼມ, ໝາກເປັນສີນໍ້າຕານເມື່ອສຸກຈະປ່ຽນເປັນສີດໍາ, ເມື່ອແຫ້ງ ຫຼື ແກ່ຈະແຕກເປັນ 3-5 ແຊກ, ພາຍໃນໝາກແບ່ງອອກເປັນຊ່ອງ 3-5 ຊ່ອງ, ມີແກ່ນລັກສະນະແປເປັນແຜ່ນບາງໆສີນໍ້າຕານ.
ປະໂຫຍດ:
- ໝາກສຸກສາມາດຮັບປະທານໄດ້.
- ເນື້ອໄມ້ສາມານໍາໄປເຮັດເຄື່ອງເຟີນິເຈີທີ່ມີລາຄາແພງ, ໃຊ້ໃນວຽກງານກໍ່ສ້າງເຮືອນ, ເຄື່ອງຈັກສານ ແລະ ເຄື່ອງໃຊ້ສອຍຕ່າງໆ.
- ສ່ວນປະໂຫຍດດ້ານອື່ນໆເຊັ່ນ: ການນໍາໃຊ້ໄປເຮັດເປັນເຊື້ອໄຟ, ໃຊ້ໃນງານສິລະປະ ແລະ ໃຊ້ເປັນສະໝຸນໄພ.
ສັບພະຄຸນ:
- ເປືອກໃຊ້ເປັນຢາສະມານແຜ.
- ເປືອກຈາກເນື້ອໄມ້ໃຊ້ປະສົມເປັນຢາແກ້ໄຂ້ປ່ຽນລະດູ.