ປາຫຼົດ / Peacock eel
APA 6th ed. ປາຫຼົດ / Peacock eel. (2019, October 1). Retrieved from https://www.phakhaolao.la/kb/0000696
MLA 8th ed. ປາຫຼົດ / Peacock eel. Pha Khao Lao, 1 October 2019, https://www.phakhaolao.la/kb/0000696.
Chicago 17th ed. Pha Khao Lao. 2019. "ປາຫຼົດ / Peacock eel." Published October 1, 2019. https://www.phakhaolao.la/kb/0000696.
Eng: Spotfin spiny eel
Thai: หลดสยาม หลด
Viet: Cá chạch xiêm
ຮູບຮ່າງລັກສະນະລຳຕົວແປ ແລະ ແປຫຼາຍໃນຊ່ວງເຄີ່ງລຳຕົວໄປຫາຫາງ, ຜິວລຳຕົວດ້ານເທີງຈະມີສີເທົາ ແລະ ດຳ, ຜີວລຳຕົວບໍລິເວນທ້ອງມີສີຂາວເຫຼືອງ, ຜິວລຳຕົວມີເມືອກມື່ນຄ້າຍຕົວອ່ຽນ, ເຮັດໃຫ້ຈັບໄດ້ຍາກ, ສ່ວນຫົວປະກອບດ້ວຍປາກຍື່ນຍາວແຫຼມ, ທີ່ສາມາດຍືດຫົດໄດ້, ປາກມີຂະໜາດນ້ອຍ, ປາຍປາກແຫຼມ, ພາຍໃນປາກມີແຂ້ວເລັກນ້ອຍ ແລະ ຄົມ. ຖັດມາເປັນສ່ວນຕາທີ່ມີ 2 ຂ້າງ, ຊ້າຍ-ຂວາ. ມີຮອງຟັນຟືມຂະໜາດນ້ອຍເປີດຢູ່ລຸ່ມສ່ວນຂ້າງຫົວ ໂດຍທົ່ວໄປແລ້ວຄີຫຼັງຈະເປັນໜາມແຫຼມ, ຄີກົ້ນ ແລະ ຄີຫາງແຍກກັນ, ຄີຫາງມີລັກສະນະໂຄ້ງມົນ, ຄີເອິກຂະໜາດນ້ອຍ. ລຳຕົວຍາວ 12-30 ຊມ. ໂຕຜູ້ ແລະ ແມ່ມີລັກສະນະພາຍນອກຄ້າຍຄືກັນ. ແຕ່ໂຕແມ່ມີລັກສະນະໃຫຍ່ກວ່າໂຕຜູ້ ແລະ ມີສ່ວນທ້ອງແປໃຫຍ່ກວ່າ, ບໍລິເວັນຊ່ອງເພດຈະມີຕີ່ງຍືນອອກມາ. ສ່ວນເພດຜູ້ຈະບໍ່ມີຕີ່ງ ແລະ ລຳຕົວນ້ອຍກວ່າ.
ປາຫຼົດໂຕຜູ້ກ່ອນເຖິງຊ່ວງສຶບພັນຈະເລີ່ມຜະລິດນ້ຳເຊື້ອໄວ້ໃນຖົງເກັບນ້ຳເຊື້ອ ເຊິ່ງສາມາດຮິດນ້ຳເຊື້ອໄດ້, ສ່ວນປາຫຼົດໂຕແມ່ຈະສ້າງໄຂ່ໄວ້ເຕັມຊ່ອງທ້ອງ ໂດຍໄຂ່ປາຫຼົດຈະມີລັກສະນະກົມໃສ ໂດຍເມື່ອໄຂ່ສຸກ ແລະ ພ້ອມທີ່ຈະປະສົມພັນຈະຢູ່ໃນຊ່ວງເດືອນພືດສະພາ-ສີງຫາ, ມີຈຳນວນໄຂ່ປະລິມານ 1000-1200 ໜ່ວຍຕໍ່ໂຕ. ໄຂ່ຈະໃຊ້ເວລາຟັກອອກເປັນຕົວປະມານ 2-3 ວັນ, ຫຼັງຈາກວາງໄຂ່, ເມື່ອຟັກອອກເປັນຕົວແລ້ວ ລູກປາຫຼົດຈະພ້ອມກີນອາຫານ ແລະ ເຕິບໂຕຈົນມີລັກສະນະຄ້າຍຄືໂຕເຕັມໄວທີ່ອາຍຸປະມານ 27 ວັນ.
ປາຫຼົດມັກອາໄສຢູ່ໄດ້ທັ້ງບ່ອນນ້ຳນິ່ງ ແລະ ນ້ຳໄຫຼ ແຕ່ໂດຍທຳມະຊາດຈະມັກອາໄສໃນແຫຼ່ງນ້ຳນິ່ງຕາມບືງ ອ່າງເກັບນ້ຳ, ຕາມທົ່ງນາ ໂດຍຊ່ວງກາງວັນມັກຢູ່ຕາມໂພງໄມ້, ຮູດິນໃຕ້ນ້ຳ ແລະ ຕາມພືດນ້ຳ ແລະ ມັກອອກຫາອາຫານໃນຊ່ວງກາງຄືນເປັນຫຼັກ.