ປາຫຼາດ / Zig-zag eel

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Mastacembelus armatus (Lacepède, 1800) / Mastacembelidae
ຊື່ພ້ອງ
Macrognathus armatus Lacepède, 1800
ຊື່ອື່ນ
Eng: Spiny eel, Tyre-Track Eel
Cambodian: ត្រី ខ្ជឹង
Thai: กระทิง กระทิงดำ หลาด
Viet: Cá chạch bông
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຮູບຮ່າງລັກສະນະລຳຕົວຮຽວຍາວ ແລະ ມີລັກສະນະລຳຕົວແປທາງດ້ານຂ້າງເລັກນ້ອຍ, ສ່ວນຫົວມີຂະໜາດນ້ອຍແຫຼມໄປທາງດ້ານໜ້າ, ຕາມີຂະໜາດນ້ອຍກົມ, ຄີຫຼັງນ້ອຍ ມີ 2 ອັນ, ຄີຕອນໜ້າເປັນກ້ານຄີແຂງຄ້າຍໜາມແຫຼມແຂງ,  ສັ້ນໆ ມີ 30-40 ອັນ, ຄີຕອນທ້າຍເປັນຄີຫາງ ອ່ອນໆ, ລຳຕົວມີສີເຫຼືອງອົມສີນ້ຳຕານ ແລະ ມີແຖບສີເຂັ້ມໃນລັກສະນະໂຄດໂຄ້ງໄປມາຕາມລວງຍາວດ້ານຂ້າງຂອງລຳຕົວ ເຊິ່ງແຖບສີເຂັ້ມນີ້ຈະບໍ່ພົບທາງດ້ານສ່ວນທ້ອງຂອງລຳຕົວ, ລຳຕົວຍາວ 30-80 ຊມ. 

ການສຶບພັນ ແລະ ວົງຈອນຊີວິດ

ໂດຍການສັງເກດລັກສະນະຂອງໂຕແມ່ ແລະ ໂຕຜູ້ມີຄວາມແຕກຕ່າງກັນເລັກນ້ອຍ, ໂຕແມ່ຈະທ້ອງໃຫຍ່ກວ່າ, ໜັງທ້ອງຈະບາງ ແລະ ອ່ອນນຸ່ມ, ຊ່ອງເພດຂະຫຍາຍຕົວກວ້າງ, ສ່ວນຕົວຜູ້ຈະມີຂະໜາດຕົວນ້ອຍກວ່າໂຕແມ່ ເມື່ອຮິດທ້ອງຈະມີນ້ຳເຊື້ອງໄຫຼອອກມາ. ໃນນ້ຳໜັກໄຂ່ 1 ກຣາມ ຈະມີປະລິມານໄຂ່ປະມານ 78 ໜ່ວຍ, ເມື່ອໄຂ່ກັບນ້ຳເຊື້ອປະສົມກັນແລ້ວ, ໄຂ່ຈະຟັກເປັນຕົວອ່ອນໃຊ້ເວລາປະມານ 24 ຊົ່ວໂມງ, ມີອັດຕາການປະສົມພັນ 95% ໃນການຟັກເປັນຕົວ, ໃນອຸນຫະພູມ 25-26 ອົງສາ. ລູກປາອາຍຸ 10-40 ວັນ, ອາຫານຂອງພວກມັນແມ່ນໄຮແດງ, ລູກກຸ້ງ ແລະ ອື່ນໆ.

ການປະກອບສ່ວນ