ຕົ້ນດອກນໍ / Negkassar

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Mammea siamensis T.Anderson / Calophyllaceae
ຊື່ພ້ອງ
Calysaccion siamense Miq.
ຊື່ອື່ນ
Thai: ສາຣະຖີ, ສ້ອຍພີ.
Eng: Negkassar
ບັນຍາຍລັກສະນະພືດສາດ

ຕົ້ນດອກນໍຈັດເປັນພັນໄມ້ຢືນຕົ້ນຂະໜາດກາງ, ສູງ 10-15 ມ, ແຕກກິ່ງກ້ານແຜ່ກວ້າງ, ເປືອກລໍາຕົ້ນເປັນສີເທົາອົມນໍ້າຕານຫາດໍາ, ເປືອກເນື້ອໄມ້ເປັນສີນໍ້າຕານປົນແດງ, ຂະຫຍາຍພັນດ້ວຍການໃຊ້ແກ່ນ ແລະ ການຕອນກິ່ງ. ມີໃບເປັນດ່ຽວອອກລຽງກົງກັນຂ້າມສະລັບຕັ້ງສາກ, ໃບມີລັກສະນະເປັນຮູບໄຂ່ກັບ ຫຼື ເປັນຮູບຮີແກມຂອບຂະໜານ, ປາຍມົນກວ້າງໆ, ໃບກວ້າງ 2.5-7 ຊມ ແລະ ຍາວ 7.5-25 ຊມ, ແຜ່ນໃບກ້ຽງສີຂຽວເຂັ້ມເປັນມັນ, ທ້ອງໃບຈະສີອ່ອນກວ່າ, ເນື້ອໃບຄ່ອນຂ້າງລຽບ. ອອກດອກດ່ຽວ ຫຼື ເປັນຊໍ່ກະຈຸກຕາມກິ່ງ, ດອກຍ່ອຍເປັນສີຂາວ, ມີກິ່ນຫອມຫຼາຍ, ກີບດອກມີ 4 ກີບ, ສ່ວນກາບດອກມີ 2 ກີບ. ໝາກມີລັກສະນະເປັນຮູບກະສວຍ ຫຼື ກົມຣີ, ຂະໜາດ 2.5-5 ຊມ, ຜິວໝາກລຽບ, ໝາກອ່ອນເປັນສີຂຽວ, ໝາກສຸກເປັນສີເຫຼືອງອົມສົ້ມ, ເນື້ອໝາກນິ່ມ, ໝາກເມື່ອແກ່ຈະແຕກອອກໄດ້ ແລະ ມີແກ່ນດຽວ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ໝາກສຸກສາມາດຮັບປະທານເປັນໝາກໄມ້ໄດ້.
   - ນອກຈາກໃຊ້ຮັບປະທານເປັນໝາກໄດ້ແລ້ວຍັງສາມາດນໍາໄປແປຮູບເປັນຜະລິດຕະຜັນຕ່າງໆໄດ້ເຊັ່ນ: ເຮັດນໍ້າໝາກໄມ້, ເຮັດວາຍ, ເຮັດແຍມ ເປັນຕົ້ນ.
   - ດອກສົດນໍາໄປສະກັດເປັນນໍາມັນຫອມລະເຫຍ.
   - ສາມາດປູກເປັນໄມ້ປະດັບ, ໄວ້ບັງລົມ ແລະ ປູກໄວ້ເພື່ອເປັນສິລິມຸງຄຸນ.
ສັບພະຄຸນ:
   - ໝາກມີກິ່ນຫອມເຢັນ, ສ່ວນໝາກມີລົດຫວານ ຊ່ວຍບໍາລຸງຫົວໃຈ.
   - ໝາກສຸກໃຊ້ຮັບປະທານຊ່ວຍຂະຫຍາຍຫຼອດເລືອດ.
   - ດອກໃຊ້ເປັນຢາຊູກໍາລັງ, ບໍາລຸງກໍາລັງ.
   - ຢາງໄມ້ນໍາມາໃຊ້ແກ້ອາການແພ້ຄັນຈາກພິດຂອງຕົ້ນໝາມຸ່ຍ ຫຼື ຈາກນໍ້າລາຍຂອງຫອຍບາງຊະນິດ.
   - ໃບຊ່ວຍບັນເທົາອາການປວດຕາມຂໍ້.

ການປະກອບສ່ວນ