ຕົ້ນຊະຄໍ້າ / Garuga

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Garuga pinnata Roxb. / Burseraceae
ຊື່ພ້ອງ
Garuga pharhad Buch.-Ham.
Garuga pinnata var. obtusa Engl.
Garuga pinnata var. sikkimensis Engl.
Guaiacum abilo Blanco
ຊື່ອື່ນ
Lao: ຊະຄໍ້າ, ຫວີດ.
Thai: ຕະຄໍ້າ.
Eng: Garuga
ບັນຍາຍລັກສະນະພືດສາດ

ຕົ້ນຊະຄໍ້າຈັດເປັນພັນໄມ້ຢືນຕົ້ນຂະໜາດກາງ, ລໍາຕົ້ນຕັ້ງຊື່, ມີຄວາມສູງ 10-20 ມ, ຕາມກິ່ງອ່ອນ ແລະ ກ້ານຊໍ່ດອກຈະມີຂົນສີເທົາຂຶ້ນປົກຄຸ່ມ ແລະ ມີຮອຍແຜໃບປາກົດຢູ່ຕາມກິ່ງ, ເປືອກຕົ້ນເປັນສີເທົາ ຫຼື ສີນໍ້າຕານປົນເທົາ, ສ່ວນເປືອກດ້ານໃນເປັນສີບົວອ່ອນໆ ແລະ ມີແກນສີນໍ້າຕານແດງ. ໃບເປັນໃບປະສົມແແບບຂົນນົກປາຍຄີ່ອອກລຽງສະລັບເປັນກະຈຸກບໍລິເວນປາຍກິ່ງ, ກ້ານຊໍ່ໜຶ່ງຈະມີໃບຍ່ອຍປະມານ 7-13 ໃບອອກລຽງກົງກັນຂ້າມກັນ, ໃບມີລັກສະນະເປັນຮູບມົນຮີ ຫຼື ກົມຮີແກມຂອບຂະໜານ, ປາຍໃບສອບ ຫຼື ແຂ້ວເປັນຕິ່ງແຫຼມ, ໃບກວ້າງ 2-4 ຊມ ແລະ ຍາວ 3-10 ຊມ, ແຜ່ນໃບເປັນສີຂຽວ ໃບອ່ອນມີຂົນຂຶ້ນປົກຄຸມ,  ສ່ວນໃບແກ່ຈະກ້ຽງ ຫຼື ເກືອບກ້ຽງ. ອອກດອກເປັນຊໍ່ໃຫຍ່ບໍລິເວນປາຍກິ່ງ ຫຼື ສ່ວນຍອດຂອງຕົ້ນ, ຊໍ່ດອກຍາວປະມານ 6 ນິ້ວ, ດອກມີຈໍານວນຫຼາຍເປັນດອກສົມບູນ, ລັກສະນະຂອງດອກເປັນຮູບຣະຄັງ, ກີບຮອງກີບດອກເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກເປັນ 5 ແຊກ, ຖານຮອງກີບດອກເປັນຮູບສາມຫຼ່ຽມ, ສ່ວນກີບດອກເປັນສີຄີມ, ສີເຫຼືອງ, ສີເຫຼືອງອ່ອນ ຫຼື ສີບົວ ມີ 5 ກີບ ອອກລຽງສະລັບກັບກາບດອກ, ດອກມີກິ່ນຫອມອ່ອນໆ. ໝາກເປັນໝາກສົດ, ລັກສະນະຂອງໝາກເປັນເປັນຮູບກົມ, ອວບນໍ້າ, ຢູ່ພາຍໃນໝາກມີແກ່ນສີຂຽວອົມເຫຼືອງ, ເມື່ອແກ່ຈະປ່ຽນເປັນສີດໍາ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ໝາກສຸກໃຊ້ຮັບປະທານໄດ້.
   - ໃບໃຊ້ມັດເສົາຫຼັກຂອງເຮືອນເພື່ອຄວາມເປັນສິລິມົງຄຸນໃນການຊ່ວຍຄໍ້າຊູ.
   - ໝາກໃຊ້ຍ້ອມຕອກໃຫ້ເປັນສີດໍາ.
   - ເນື້ອໄມ້ສາມາດນໍາໄປສ້າງເຮືອນ, ເຮັດເຄື່ອງຕົກແຕ່ງເຮືອນ, ເຄື່ອງເຮືອນ ແລະ ອື່ນໆ.
ສັບພະຄຸນ:
   - ໝາກຊະຄໍ້າມີສັບພະຄຸນເປັນຢາບໍາລຸງທາດຫຼື ບໍາລຸງກະເພາະອາຫານ.
   - ຕົ້ນສົດນໍາມາຄັ້ນເອົານໍ້າໃຊ້ຢອດຕາ ແກ້ຕາມົວເນື່ອງຈາກເຍື່ອຕາອັກເສບ.
   - ເປືອກຕົ້ນນໍາມາຝົນກັບນໍ້າຮ່ວມກັບເປືອກຕົ້ນໝາກອກ ແລະ ຄໍ້ສົ້ມ ໃຊ້ດື່ມເປັນຢາແກ້ອາການເຈັບທ້ອງ.
   - ເປືອກຕົ້ນໃຊ້ເປັນຢາພາຍນອກເປັນຢາທາຫ້າມເລືອດ. 

ການປະກອບສ່ວນ