ຕົ້ນນ້ຳກ້ຽງ / Red zebra wood

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Gluta usitata (Wall.) Ding Hou / ANACARDIACEAE
ຊື່ພ້ອງ
Melanorrhoea usitata Wall.
ຊື່ອື່ນ
hai: ຮັກໃຫຍ່
Eng: Red zebra wood, Vanish tree, Burmese lacquer tree, Burmese vanish wood.
ບັນຍາຍລັກສະນະພືດສາດ

ຕົ້ນຮັກຫຼວງຈັດເປັນໄມ້ຢືນຕົ້ນຂະໜາດກາງຫາໃຫຍ່, ສູງ 15-20 ຊມ ແລະ ອາດສູງໄດ້ 25 ຊມ, ເປືອກໄມ້ເປັນສີນໍ້າຕານປົນສີເທົາ, ເປືອກແຕກເປັນຮ່ອງຍາວ, ເປືອກໃນເປັນສີບົວອ່ອນ, ກິ່ງອ່ອນ ແລະ ຍອດປົກຄຸມໄປດ້ວຍຂົນຍາວສີຂາວ. ໃບຄ້າຍຄືໃບຂອງໝາກມ່ວງຫິມະພານ, ມັກມີແມງໄມ້ມາໄຂ່ໄວ້ຕາມໃບເຮັດໃຫ້ເກີດຕຸ່ມມົນໆຕາມແຜ່ນໃບ, ໃບຮັກຫຼວງເປັນໃບດ່ຽວອອກລຽງສະລັບເປັນກຸ່ມຢູ່ປາຍກິ່ງ, ລັກສະນະໃບເປັນຮູບໄຂ່ກັບ ຫຼື ຮູບຂອບຂະໜານແກມຮູບຮີ, ໃບກວ້າງ 3.5-12 ຊມ ແລະ ຍາວ 20-30 ຊມ. ອອກດອກເປັນຊໍ່ແບບແຍກຂະແໜງໂດຍຈະອອກຕາມປາຍກິ່ງ ຫຼື ໃກ້ກັບປາຍກິ່ງ ແລະ ງ່າມໃບ, ໃບມັກຈະຫຼົນກ່ອນອອກດອກໂດຍດອກຈະເລີ່ມບານຈາກສີຂຽວແລ້ວຈະປ່ຽນເປັນສີບົວ ແລະ ສີແດງສົດ ໂດຍຈະອອກເປັນກຸ່ມຊໍ່ໜາແໜ້ນຕາມງ່າມໃບ, ມີຂົນສີນໍ້າຕານປົກຄຸມຢູ່ດອກຍ່ອຍຈໍານວນຫຼາຍ, ກີບດອກເປັນສີຂາວມີແຖບສີເຫຼືອງແກມຂຽວເຄິ່ງກາງ, ກີບດອກມີປະມານ 5-6 ກີບ ສ່ວນກາບດອກມີ 5 ກີບ ເຊື່ອມຕິດກັນ ປາຍແຍກເປັນ 5 ແຊກ, ໃນດອກທີ່ແກ່ແລ້ວກາບດອກຈະມີຮູບຮ່າງຄ້າຍຄືໝວກ. ໝາກມີລັກສະນະຂ້ອນຂ້າງມົນ, ເນື້ອໃນແຂງມີເສັ້ນຜ່າສູນກາງປະມານ 1-3 ຊມ, ມີສ່ວນກາງຂອງກີບດອກທີ່ຂະຫຍາຍເປັນປີກຢູ່ກົກກ້ານໝາກສີແດງມີ 5 ປີກ ເປັນຮູບຂອບຂະໜານລະຫວ່າງກົກປີກກັບໝາກມີກ້ານເຊື່ອມກັນ.

ບັນຍາຍການນຳໃຊ້

ປະໂຫຍດ:
    - ນໍ້າຢາງສາມາດນໍາມາໃຊ້ເຮັດນໍ້າມັນເຄືອບເງົາໄດ້ ໂດຍນໍ້າຢາງໃສເມື່ອຖືກອາກາດຈະປ່ຽນເປັນສີດໍາ ແລະ ເປັນມັນ.
    - ເນື້ອໄມ້ສາມາດນໍາໄປເຮັດເຄື່ອງໃຊ້ໄດ້ຫຼາຍຢ່າງເຊັ່ນ: ເຄື່ອງເຟີນິເຈີ, ເຄື່ອງມືທາງການກະເສດ, ເສົາເຮືອນ ແລະ ອື່ນໆ.
ສັບພະຄຸນ:
    - ເປືອກຕົ້ນໃຊ້ເຮັດຢາບໍາລຸງຮ່າງກາຍ.
    - ຢາງຊ່ວຍແກ້ມະເຮັງ.
    - ຕົ້ນຊ່ວຍແກ້ໄຂ້ຊ້າເຮື້ອ.
    - ເປືອກມີສັບພະຄຸນຊ່ວຍຂັບເຫື່ອ.
    - ເປືອກຕົ້ນໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ທ້ອງບິດ, ຖອກທ້ອງ.
    - ໃບຊ່ວຍແກ້ສົ້ນຕີນແຕກ.

ການປະກອບສ່ວນ