ຕົ້ນເບັນນໍ້າ

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Combretum trifoliatum Vent. / Combretaceae
ຊື່ພ້ອງ
Cacoucia lucida (Blume) Hassk.
Cacoucia trifoliata (Vent.) DC.
Combretum bellum Steud.
Combretum lucidum Blume
Combretum subalternans Wall.
Combretum undulatum Wall.
Embryogonia lucida (Blume) Blume
ຊື່ອື່ນ
Thai: ຄົດສັງ
ບັນຍາຍລັກສະນະພືດສາດ

ຕົ້ນເບັນນໍ້າຈັດເປັນພັນໄມ້ຟຸ່ມເຄືອ, ມີຄວາມສູງ 3-5 ມ, ຕາມກິ່ງມີຂົນສີນໍ້າຕານແກມເຫຼືອງຂຶ້ນປົກຄຸມ, ເມື່ອແກ້ຜິວຈະກ້ຽງ,  ຂະຫຍາຍພັນໂດຍໃຊ້ແກ່ນ. ໃບເປັນໃບດ່ຽວອອກຂໍ້ດຽວກັນ 3-5 ໃບ, ລັກສະນະຂອງໃບເປັນຮູບຮີ ຫຼື ຮູບໃບຫອກ, ໃບກວ້າງ 3-5.5 ຊມ ແລະ ຍາວ 8-16 ຊມ, ເນື້ອໃບໜາມັນ ຫຼື ຄ່ອນຂ້າງໜາມັນ. ອອກດອກເປັນຊໍ່ກະຈາຍຢູ່ປາຍຍອດ ຫຼື ຕາມງ່າມໃບ, ຊໍ່ດອກຍາວ 8-20 ຊມ, ດອກເປັນສີຂາວ ຫຼື ຂາວອົມເຫຼືອງ, ມີກິ່ນຫອມ, ກາບດອກເຊື່ອມຕິດກັນເປັນທໍ່ຍາວ 1-1.5 ມລມ, ກີບດອກເປັນ 5 ກີບ. ໝາກເບັນນໍ້າມີລັກສະນະເປັນຮູບຮີແຄບ, ກວ້າງ 1-1.5 ຊມ ແລະ ຍາວ 3-3.5 ຊມ, ຜິວໝາກກ້ຽງສີນໍ້າຕານດໍາເປັນມັນ, ບໍ່ມີກ້ານ, ມີຄີບປີກແຂງ 5 ປີກ ຫຼື ອາດພົບແບບ 4 ຫຼື 6 ປີກ. 

ບັນຍາຍການນຳໃຊ້

ປະໂຫຍດ:
   - ຮາກໃຊ້ຊໍາລະລ້າງອະໄວຍະວະສືບພັນ.
   - ຍອດ ຫຼື ໃບອ່ອນເບັນນໍ້າໃຊ້ຮັບປະທານສົດເປັນຜັກຮ່ວມກັບລາບ ຫຼື ກ້ອຍ.
ສັບພະຄຸນ:
   - ໝາກນໍາມາປະສົມກັບແກ່ນສາລີແລ້ວເຮັດໃຫ້ສຸກ ນໍາມາປັ້ນເປັນຢາລູກກອນເອົາມາຫຍໍ້າເປັນຢາບໍາລຸງ ແລະ ຮັກສາເຫືອກ.
   - ທັງຕົ້ນໃຊ້ເປັນຢາຂັບພະຍາດ.
   - ເປືອກ ແລະ ຮາກໃຊ້ດອງກັບເຫຼົ້າກິນເປັນຢາແກ້ເຈັບທ້ອງ, ແກ້ອາການຈຸກສຽດ.
   - ໝາກໃຊ້ເປັນຢາຖ່າຍພະຍາດໄສ້ເດືອນ.
   - ຮາກໃຊ້ຝົນທາແກ້ຝີໜອງ.
   - ຮາກໃຊ້ປຸງເປັນຢາຊົງຮັກສາອາການຕົກຂາວ ແລະ ຍັງໃຊ້ຊໍາລະລ້າງອະໄວຍະວະສືບພັນ.

ການປະກອບສ່ວນ