ຕົ້ນເບັນນໍ້າ
APA 6th ed. ຕົ້ນເບັນນໍ້າ. (2021, September 7). Retrieved from https://www.phakhaolao.la/kb/0000682
MLA 8th ed. ຕົ້ນເບັນນໍ້າ. Pha Khao Lao, 7 September 2021, https://www.phakhaolao.la/kb/0000682.
Chicago 17th ed. Pha Khao Lao. 2021. "ຕົ້ນເບັນນໍ້າ." Published September 7, 2021. https://www.phakhaolao.la/kb/0000682.
Cacoucia trifoliata (Vent.) DC.
Combretum bellum Steud.
Combretum lucidum Blume
Combretum subalternans Wall.
Combretum undulatum Wall.
Embryogonia lucida (Blume) Blume
ຕົ້ນເບັນນໍ້າຈັດເປັນພັນໄມ້ຟຸ່ມເຄືອ, ມີຄວາມສູງ 3-5 ມ, ຕາມກິ່ງມີຂົນສີນໍ້າຕານແກມເຫຼືອງຂຶ້ນປົກຄຸມ, ເມື່ອແກ້ຜິວຈະກ້ຽງ, ຂະຫຍາຍພັນໂດຍໃຊ້ແກ່ນ. ໃບເປັນໃບດ່ຽວອອກຂໍ້ດຽວກັນ 3-5 ໃບ, ລັກສະນະຂອງໃບເປັນຮູບຮີ ຫຼື ຮູບໃບຫອກ, ໃບກວ້າງ 3-5.5 ຊມ ແລະ ຍາວ 8-16 ຊມ, ເນື້ອໃບໜາມັນ ຫຼື ຄ່ອນຂ້າງໜາມັນ. ອອກດອກເປັນຊໍ່ກະຈາຍຢູ່ປາຍຍອດ ຫຼື ຕາມງ່າມໃບ, ຊໍ່ດອກຍາວ 8-20 ຊມ, ດອກເປັນສີຂາວ ຫຼື ຂາວອົມເຫຼືອງ, ມີກິ່ນຫອມ, ກາບດອກເຊື່ອມຕິດກັນເປັນທໍ່ຍາວ 1-1.5 ມລມ, ກີບດອກເປັນ 5 ກີບ. ໝາກເບັນນໍ້າມີລັກສະນະເປັນຮູບຮີແຄບ, ກວ້າງ 1-1.5 ຊມ ແລະ ຍາວ 3-3.5 ຊມ, ຜິວໝາກກ້ຽງສີນໍ້າຕານດໍາເປັນມັນ, ບໍ່ມີກ້ານ, ມີຄີບປີກແຂງ 5 ປີກ ຫຼື ອາດພົບແບບ 4 ຫຼື 6 ປີກ.
ປະໂຫຍດ:
- ຮາກໃຊ້ຊໍາລະລ້າງອະໄວຍະວະສືບພັນ.
- ຍອດ ຫຼື ໃບອ່ອນເບັນນໍ້າໃຊ້ຮັບປະທານສົດເປັນຜັກຮ່ວມກັບລາບ ຫຼື ກ້ອຍ.
ສັບພະຄຸນ:
- ໝາກນໍາມາປະສົມກັບແກ່ນສາລີແລ້ວເຮັດໃຫ້ສຸກ ນໍາມາປັ້ນເປັນຢາລູກກອນເອົາມາຫຍໍ້າເປັນຢາບໍາລຸງ ແລະ ຮັກສາເຫືອກ.
- ທັງຕົ້ນໃຊ້ເປັນຢາຂັບພະຍາດ.
- ເປືອກ ແລະ ຮາກໃຊ້ດອງກັບເຫຼົ້າກິນເປັນຢາແກ້ເຈັບທ້ອງ, ແກ້ອາການຈຸກສຽດ.
- ໝາກໃຊ້ເປັນຢາຖ່າຍພະຍາດໄສ້ເດືອນ.
- ຮາກໃຊ້ຝົນທາແກ້ຝີໜອງ.
- ຮາກໃຊ້ປຸງເປັນຢາຊົງຮັກສາອາການຕົກຂາວ ແລະ ຍັງໃຊ້ຊໍາລະລ້າງອະໄວຍະວະສືບພັນ.