ປາກະເດີດ / Moonlight gourami
APA 6th ed. ປາກະເດີດ / Moonlight gourami. (2019, September 23). Retrieved from https://www.phakhaolao.la/kb/0000675
MLA 8th ed. ປາກະເດີດ / Moonlight gourami. Pha Khao Lao, 23 September 2019, https://www.phakhaolao.la/kb/0000675.
Chicago 17th ed. Pha Khao Lao. 2019. "ປາກະເດີດ / Moonlight gourami." Published September 23, 2019. https://www.phakhaolao.la/kb/0000675.
Trichogaster microlepis (Günther, 1861)
Trichopus parvipinnis Sauvage, 1876
Deschauenseeia chryseus Fowler, 1934
Cambodian: ត្រី កំភ្លាញភ្លុក
Viet: Cá sặc điệp
ປາກະເດີດ ມີຫົວຂະໜາດນ້ອຍ, ຕາມີຂະໜາດນ້ອຍ ສີເຫຼືອງອ້ອມສີດຳ, ປາກຂະໜາດນ້ອຍ, ຮີມປາກສາມາດຢືດຫົດໄດ້, ແຂ້ວຢູ່ຄາງກະໄຕເທີງມີແຂ້ວຂະໜາດນ້ອຍ, ລຳຕົວແປ ແລະ ຄ່ອນຂ້າງຍາວ, ຍາວ 7-14 ຊມ, ພື້ນລຳຕົວມີສີເທົາອົມຟ້າ ຫຼື ຂາວເທົາອົມຟ້າ, ສ່ວນຫຼັງມີສີເຫຼືອງອົມຂຽວ, ເກັດມີຂະໜາດນ້ອຍ, ລຽງແນບຕິດແນ່ນກັບລຳຕົວ, ຄີຫຼັງມີຂະໜາດນ້ອຍ ແລະ ສັ້ນ, ຄີທ້ອງເປັນໜວດຍື່ນອອກມາຍາວ 2 ເສັ້ນ, ຄີກົ້ນເປັນແຜງຍາວຈົນເຖິງໂຄນຫາງ, ຄີຫາງວ້ຳເລິກເປັນສອງແສກ, ຈະບາງ ແລະ ໃສ.
ປາກະເດິດເປັນປາທີ່ທົນຕໍ່ສະພາບການປ່ຽນແປງຂອງນ້ຳໄດ້ດີ, ແຕ່ທຳມະຊາດໂດຍທົ່ວໄປຈະຊອບນ້ຳສະອາດ ແລະ ໃສ, ເປັນປາທີ່ມັກອາໄສບໍລິເວນທີມີພືດນ້ຳ ແລະ ແໜທີ່ຂື້ນຕາມແຄມຝັ່ງ. ດັ່ງນັ້ນການລ້ຽງປາກະເດີດໃນຕູ້ແກ້ວ ນ້ຳທີ່ໃຊ້ຄວນເປັນນ້ຳສະອາດ ຫຼື ນ້ຳຈາກແຫຼ່ງທຳມະຊາດທີ່ມີຄວາມໃສສະອາດ ແລະ ໃຫ້ປ່ຽນຖ່າຍນ້ຳທຸກໆເດືອນ, ສ່ວນຕູ້ປາຄວນປູກ ແລະ ຕົກແຕ່ງດ້ວຍພືດນ້ຳ ແລະ ແໜ ເພື່ອເປັນບ່ອນສ້າງຮັງ ແລະ ວາງໄຂ່. ມັນຈະວາງໄຂ່ໃນຊ່ວງເດືອນພືດສະພາ-ກໍລະກົດ. ການວາງໄຂ່ຈະໃຊ້ເວລາປະມານ 2 ຊົ່ວໂມງ ແລະ ປ່ອຍໄຂ່ຫຼາຍທີ່ສຸດປະມານ 2000 ຄັ້ງ, ເມື່ອໄຂ່ແລ້ວໂຕຜູ້ຈະດູແລໄຂ່ ເຊິ່ງໃຊ້ເວລາປະມານ 2 ຊົ່ວໂມງ ໄຂ່ຈະຟັກອອກເປັນຕົວ.