ປາກັດທົ່ງ / Mekong Fighting fish
APA 6th ed. ປາກັດທົ່ງ / Mekong Fighting fish. (2019, September 23). Retrieved from https://www.phakhaolao.la/kb/0000674
MLA 8th ed. ປາກັດທົ່ງ / Mekong Fighting fish. Pha Khao Lao, 23 September 2019, https://www.phakhaolao.la/kb/0000674.
Chicago 17th ed. Pha Khao Lao. 2019. "ປາກັດທົ່ງ / Mekong Fighting fish." Published September 23, 2019. https://www.phakhaolao.la/kb/0000674.
Cambodian: Trey kroem chul
ເປັນປາເກັດຂະໜາດນ້ອຍ, ສາມາດສ້າງຟອດ, ມີຮູບຮ່າງ ແລະ ສີສັນສວຍງາມ, ຮູບຮ່າງແປຮຽວຍາວ, ເກັດມີສີຂຽວເຂັ້ມຢູ່ທີ່ແກ້ມ ແລະ ລຳຕົວດ ໃນບາງຕົວອາດມີເຫຼືອບສີຟ້າ, ຄີມີສີຂຽວ ຫຼື ຟ້າ, ມີລາຍຈຸດສີດຳ, ຂະໜາດໃຫຍ່ສຸດມີຄວາມຍາວປະມານ 5 ຊມ. ອາຫານຂອງພວກມັນແມ່ນໄຮນ້ຳ, ລູກນ້ຳ, ຕົວອ່ອນແມງນ້ຳ. ພົບໃນແຫຼ່ງນ້ຳຕື່ນ ແລະ ທີ່ນ້ຳໄຫຼຄ່ອຍໆ, ໃນພື້ນທີ່ທົ່ງນາ, ແຄມໜອງບືງ. ເປັນປາສວຍງາມທີນິຍົມລ້ຽງສະເພາະຕົວຜູ້ ເນື່ອງຈາກລຳຕົວ ແລະ ຄີຕ່າງໆມີສີສັນສວຍງາມ, ລ້ຽງໃນກະໂຖ ຫຼື ຂວດ. ເປັນປາທີ່ມັກຕໍ່ສູ້.
ປາກັດໃນທຳມະຊາດເປັນປາວາງໄຂ່ໄດ້ເກືອບຕະຫຼອດປີ, ໂດຍປາຈະຈັບຄູ່ວາງໄຂ່ຕາມນ້ຳນີ່ງ ປາໂຕຜູ້ຈະເຮັດໜ້າທີສ້າງຮັງ ດ້ວຍການກໍ່ຟອດທີ່ບໍລິເວນຜິວນ້ຳ ແລະ ຈະຕິດຢູ່ໃຕ້ພືດນ້ຳຕາມແຄມຝັ່ງ ຟອດນີ້ເຮັດໃຫ້ເຮັດຈາກລົມ ແລະ ນ້ຳລາຍຂອງປາກັດ ໂດຍປາໂຕຜູ້ຈະໂພ່ນຂຶ້ນມາທີ່ຜິວນ້ຳ ແລ້ວໃຊ້ປາກຮູບເອົາອາກາດເຂົ້າປາກປະສົມກັບນ້ຳລາຍ ແລ້ວພົ້ນອອກມາເປັນຟອງອາກາດນ້ອຍໆຕິດກັນເປັນກຸ່ມຊົງກົມ, ເສັ້ນຜ່າສູນກາງປະມານ 5 ມມ, ຈາກນັ້ນຈະກາງຄີວ່າວົນວຽນຢູ່ໃກ້ໆຟອດ, ເປັນເຊິງຊວນໃຫ້ປາໂຕແມ່ທີ່ສົນໃຈເຂົ້າມາ, ການປະສົມພັນວາງໄຂ່ຈະເກີດຂື້ນໃນຊ່ວງຕອນເຊົ້າ ເວລາປະມານ 7 ໂມງເຊົ້າ, ໂດຍທັ້ງປາໂຕຜູ້ ແລະ ແມ່ເຂົ້າໄປຢູ່ໃຕ້ຟອດ ຈາກນັ້ນປາໂຕຜູ້ຈະງໍຕົວຮັດບໍລິເວນທ້ອງຂອງປາແມ່ ເຮັດໃຫ້ປາໂຕແມ່ປ່ອຍໄຂ່ອອກມາຄັ້ງລະ 7-20 ໜ່ວຍ, ໃນຂະນະດຽວກັນໂຕຜູ້ຈະປ່ອຍນ້ຳເຊື້ອໃສ່ ທັ້ງໂຕຜູ້ ແລະ ໂຕແມ່ຈະຄ່ອຍໆຈົມລົງສູ້ພື້ນ, ຈາກນັ້ນປາໂຕຜູ້ຈະຄ່ອຍໆຄາຍຮັດຕົວແມ່ ແລ້ວຮິບລອຍນ້ຳໄປຫາໄຂ່ ໃຊ້ປາກອົມເອົາໄຂ່ແລ້ວພົ້ນໄປຕິດຟອດ ແລ້ວປາໂຕແມ່ຈະເຂົ້າມາຊ່ວຍ. ຈາກນັ້ນມັນກໍ່ຮັດໂຕແມ່ອິກ ເມື່ອຈົນປ່ອຍໄຂ່ໝົດທ້ອງ ເຊິ່ງໃຊ້ເວລາຢູ່ປະມານ 2 ຊົ່ວໂມງ. ເມື່ອຕົວແມ່ວາງໄຂ່ແລ້ວປາໂຕຜູ້ຈະໄລ່ກັດໂຕແມ່ອອກຈາກຮັງ ເພາະໂຕແມ່ມັກກິນໄຂ່ຕົວເອງ, ເຊິ່ງໂຕຜູ້ຈະເປັນຜູ້ດູແລຮັກສາ ເຊິ່ງມັນໃຊ້ເວລາຟັກປະມານ 30-40 ຊົ່ວໂມງ, ເຊິ່ງແມ່ໜື່ງຈະມີໄຂ່ປະມານ 300-700 ໜ່ວຍ. ເມື່ອວາງໄຂ່ຊຸດທີ່ໜື່ງແລ້ວປະມານ 20-30 ວັນ ຈະວາງໄຂ່ຊຸດຕໍ່ໄປ.