ຕົ້ນຕີນນົກ / False Teak

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Vitex pinnata L / Lamiaceae
ຊື່ພ້ອງ
Pistaciovitex pinnata (L.) Kuntze
Vitex arborea Roxb.
Vitex articulata Steud.
Vitex bracteata Horsf. ex Miq.
Vitex buddingii Moldenke
Vitex digitata Wight ex Steud.
Vitex heterophylla Blume ex Miq.
Vitex heterophylla var. puberula H.J.Lam
Vitex heterophylla var. velutina Koord. & Valeton
Vitex inaequifolia Turcz.
Vitex latifolia Lam.
Vitex pinnata f. glabrescens Moldenke
Vitex pinnata f. ptilota (Dop) Moldenke
Vitex puberula Miq.
Vitex pubescens Vahl
Vitex pubescens var. bicolor Kuntze
Vitex pubescens var. lilacina Kuntze
Vitex pubescens var. pantjarensis Hochr.
Vitex pubescens var. ptilota Dop
Vitex quinata var. puberula (H.J.Lam) Moldenke
Vitex sebesiae H.J.Lam ex Leeuwen
Vitex turczaninowii f. puberula (H.J.Lam) Moldenke
Vitex velutina (Koord. & Valeton) Koord.
Wallrothia articulata Roth
ຊື່ອື່ນ
Thai: ຕົ້ນຕີນນົກ
Eng: False teak, hairy-leafed molave
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນຕີນນົກຈັດເປັນໄມ້ຢືນຕົ້ນຂະໜາດກາງ, ລໍາຕົ້ນຕັ້ງຊື່, ສູງ 5-10 ມ, ເປືອກຕົ້ນເປັນສີນໍ້າຕານປົນເທົາ, ແຕກສະເກັດຍາວຕາມກິ່ງອ່ອນເປັນຫຼ່ຽມສີ່ມຸມຕາມຍາວ, ທັ້ງກິ່ງອ່ອນ ແລະ ຍອດອ່ອນມີຂົນນຸ່ມຂຶ້ນປົກຄຸມ. ໃບປະສົມແບບຝ່າມື, ມີໃບຍ່ອຍ 3-5 ໃບ ອອກຈາກຈຸດດຽວກັນລຽງກົງກັນຂ້າມ ແລະ ຕັ້ງສາກ, ກ້ານຊໍ່ໃບຍາວ 5-14 ຊມ, ສ່ວນກ້ານໃບຍ່ອຍສັ້ນໆ, ໃບມີຂະໜາດກວ້າງ 4-6 ຊມ ແລະ ຍາວ 10-13 ຊມ, ໃບຍ່ອຍເຄິ່ງກາງຈະມີຂະໜາດໃຫຍ່ກວ່າໃບຍ່ອຍດ້ານຂ້າງ, ເນື້ອໃບໜາ, ດ້ານເທີງເປັນສີຂຽວເຂັ້ມມີຂົນຂຶ້ນ. ດອກເປັນຊໍ່ແບບຊໍ່ແຕກແໜງ, ໂດຍຈະອອກຢູ່ງ່າມໃບ ແລະ ປາຍກິ່ງ, ຍາວ 7-20 ຊມ, ດອກຍ່ອຍມີຈໍານວນຫຼາຍ, ກີບດອກມີ 5 ກີບ, ກີບເທິງມີ 4 ກີບ, ສ່ວນກີບລຸ່ມມີ 1 ກີບ, ກີບດອກເປັນສີນໍ້າເງີນ ຫຼື ສີມ່ວງອ່ອນ, ໂຄນດອກເຊື່ອມຕິດກັນເປັນຫຼອດຮູບຖ້ວຍ. ໝາກດ່ຽວສົດ, ຊົງກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 1 ຊມ, ໝາກອ່ອນເປັນສີຂຽວເມື່ອແກ່ຈະປ່ຽນເປັນສີມ່ວງເຖິງດໍາ, ພາຍໃນໝາກມີແກ່ນດຽວແຂງ. 

ບັນຍາຍການນຳໃຊ້

ປະໂຫຍດ: 
-    ເນື້ອໄມ້ມີຄວາມແຂງແຮງທົນທານ ສາມາດນໍາໄປໃຊ້ປະໂຫຍດໃນການກໍ່ສ້າງເຮືອນ, ເຮັດບ່ອນຢູ່ອາໄສ, ເຄື່ອງມືທາງການກະເສດ...
ສັບພະຄຸນ:
-    ເປືອກຕົ້ນ, ແກນ ແລະ ຮາກ ນໍາມາໃຊ້ບົດເປັນຜົງໃຊ້ລະລາຍກັບນໍ້າດືມເປັນຢາແກ້ໄຂ້.
-    ຮາກມີສັບພະຄຸນເປັນຢາຊ່ວຍຂັບລົມ.
-    ໝາກໃຊ້ເປັນຢາແກ້ບິດ.
-    ໃບໃຊ້ຕໍາພອກບາດແຜ.

ການປະກອບສ່ວນ