ຕົ້ນຕີນນົກ
APA 6th ed. ຕົ້ນຕີນນົກ. (2019, October 8). Retrieved from https://www.phakhaolao.la/kb/0000656
MLA 8th ed. ຕົ້ນຕີນນົກ. Pha Khao Lao, 8 October 2019, https://www.phakhaolao.la/kb/0000656.
Chicago 17th ed. Pha Khao Lao. 2019. "ຕົ້ນຕີນນົກ." Published October 8, 2019. https://www.phakhaolao.la/kb/0000656.
Vitex morava Buch.-Ham. ex Wall.
Vitex peduncularis f. roxburghiana (C.B.Clarke) Moldenke
Vitex peduncularis var. roxburghiana C.B.Clarke
ຕົ້ນຕີນນົກຈັດເປັນພັນໄມ້ຂະໜາດໃຫຍ່ ມີຄວາມສູງປະມານ 10-15 ມ ແລະ ອາດຈະສູງໄດ້ເຖິງ 30 ມ, ເປືອກຕົ້ນເປັນສີນໍ້າຕານອ່ອນຫາສີນໍ້າຕານເຂັ້ມ ຫຼື ດໍາ, ກິ່ງອ່ອນເປັນສີ່ຫຼ່ຽມມີຂົນ, ສ່ວນກິ່ງແກ່ຈະບໍ່ມີຂົນ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ. ໃບເປັນໃບປະສົມແບບນິ້ວມືອອກລຽງກົງກັນຂ້າມກັນ,ໃບຍ່ອຍ 3 ໃບ, ກ້ານໃບຍາວປະມານ 3.5-7 ຊມ, ແຜ່ນໃບໜາ ໃບຍ່ອຍຈະມີຂະໜາດບໍ່ເທົ່າກັນໂດຍໃບກາງຈະມີຂະໜາດປະມານ 1.5-5.5 ຊມ ແລະ ຍາວປະມານ 4-7 ຊມ, ໃບອ່ອນມີຂົນສີນໍ້າຕານ, ສ່ວນໃບແກ່ຈະກ້ຽງ. ອອກດອກເປັນຊໍ່ໂດຍຈະອອກຕາມງ່າມໃບໃກ້ປາຍກິ່ງອອກເປນຊໍ່ດ່ຽວໆ ຫຼື ເປັນຄູ່, ມີຂະໜາດກວ້າງປະມານ 3-6 ຊມ ແລະ ຍາວປະມານ 8-25 ຊມ, ດອກຈະມີກິ່ນຫອມອ່ອນໆ, ມີໃບປະດັບຂະໜາດນ້ອຍ 1 ຄູ່ ຕິດຢູ່ລຸ່ມກາບດອກຍາວປະມານ 1-3 ມມ, ກາບດອກດອກມີ 5 ກີບ, ກົກຕິດກັນເປັນຮູບກວຍ. ໝາກມີລັກສະນະກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 5-8 ມມ, ມີເນື້ອຫຸ້ມແກ່ນບາງໆ, ໝາກອ່ອນເປັນສີຂຽວ ເມື່ອສຸກແລ້ວຈະປ່ຽນເປັນສີແດງ, ພາຍໃນໝາກມີແກ່ນ 1 ແກ່ນ.
ປະໂຫຍດ:
- ໃບອ່ອນ ແລະ ຍອດອ່ອນ ນໍາມາລວກ ຫຼື ຕົ້ມຮັບປະທານເປັນຜັກ.
- ໃບນໍາມາຕາກແຫ້ງໃຊ້ຊົງເປັນຊາໄດ້.
- ໝາກສຸກສາມາດຮັບປະທານໄດ້.
- ເນື້ອໄມ້ໃຊ້ງານກໍ່ສ້າງຕ່າໆ, ເຮັດເຄື່ອງໃຊ້ທົ່ວໄປ ເຊັ່ນ: ເສົາ, ເຈ້ຍ, ຄົກ, ສາກ ແລະ ອື່ນໆ.
ສັບພະຄຸນ:
- ເປືອກໃຊ້ຕົ້ມເປັນຢາບໍາລຸງຫົວໃຈ.
- ເນື້ອໄມ້ໃຊ້ແກ້ປັດສະວະດໍາ ຫຼື ປັດສະວະເປັນເລືອດ.
- ເປືອກຕົ້ນໃຊ້ຕົ້ມກັບນໍ້າດືມເປັນຢາແກ້ນິ່ວທາງເດີນປັດສະວະ.