ຕົ້ນຂີ້ເຫງັນ / Black Berry Tree

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Vitex glabrata R.Br / Lamiaceae
ຊື່ພ້ອງ
Vitex bombacifolia Wall. ex C.B.Clarke
Vitex cunninghamii Schauer
Vitex elegans Griff.
Vitex glabrata f. bombacifolia (Wall. ex C.B.Clarke) Moldenke
Vitex glabrata var. bombacifolia (Wall. ex C.B.Clarke) Moldenke
Vitex glabrata f. pallida (Wall. ex C.B.Clarke) Moldenke
Vitex glabrata var. poilanei Moldenke
Vitex helogiton K.Schum.
Vitex minahassae Koord.
Vitex nitida Merr.
Vitex pallida Wall. ex C.B.Clarke
Vitex pentaphylla Merr.
ຊື່ອື່ນ
Lao: ຕົ້ນຂີ້ເຫງັນ, ຕົ້ນຂີ້ນົກ
Thai: ຕົ້ນໄຂ່ເນົ່າ
Eng: Black Berry Tree
ບັນຍາຍລັກສະນະພືດສາດ

ຈັດເປັນຕົ້ນໄມ້ຂະໜາດກາງ ຫຼື ໃຫຍ່. ລຳຕົ້ນສູງ 10-25 ມ, ຜິວລໍາຕົ້ນກ້ຽງເປັນສີໝົ່ນ ແລະ ມີດ່າງເປັນວົງສີຂາວໆ, ລັກສະນະຜິວລຽບ ຫຼື ແຕກເປັນສະເກັດ ຫຼື ເປັນຮ່ອງຕື້ນຕາມລວງຍາວຂອງລໍາຕົ້ນ, ສ່ວນກິ່ງອ່ອນ ແລະ ຍອດອ່ອນເປັນ 4 ຫຼ່ຽມ, ມີຂົນນຸ່ມ. ໃບປະສົມແບບນິ້ວມື, ຈັບຮຽງກົງກັນຂ້າມສະຫຼັບຕັ້ງສາກ. ໃບຍ່ອຍມີ 3-5 ໃບ, ຮູບໄຂ່ປີ້ນ ຫຼື ເປັນຮູບຮີແກມຮູບໄຂ່ປີ້ນ, ມີຂະໜາດບໍ່ເທົ່າກັນ, ກວ້າງ 3-10 ຊມ,  ຍາວ 9-22 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍເປັນຕິ່ງໜາມ, ຜິວດ້ານເທິງສີຂຽວເຂັ້ມ, ລຽບ ແລະ ເປັນມັນ, ດ້ານລຸ່ມສີຂຽວອ່ອນ ແລະ ມີຂົນສັ້ນ. ກ້ານໃບລວມຍາວ 7-20 ຊມ, ກ້ານໃບຍ່ອຍຍາວ 1-7 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບໃກ້ປາຍກິ່ງ. ດອກຍ່ອຍມີຂະໜາດນ້ອຍ, ດອກບານເຕັມທີມສີຂະໜາດ 0.8-1 ຊມ, ສີຂາວ ຫຼື ສີມ່ວງ, ມີກິ່ນຫອມ, ດອກສົມບູນເພດ. ກີບດອກເຊື່ອມຕິດກັນເປັນຫຼອດກ້ວາງ ແລະ ມີຂົນອ່ອນນຸ້ມ. ເໝາກຮູບໄຂ່ ຫຼື ຮູບໄຂ່ປີ້ນ, ກວ້າງ 1.5-2 ຊມ, ຍາວ 1.5-3 ຊມ, ໝາກອ່ອນເປັນສີຂຽວ, ໝາກສຸກເປັນສີມ່ວງດໍາ, ໝາກມີເນື້ອອ່ອນນຸ່ມ, ມີຣົດຫວານສົ້ມ ແລະ ເໝັນ, ສ່ວນແກ່ນຈະມີຂະໜາດເທົ່າປາຍນິ້ວກ້ອຍ.

ບັນຍາຍການນຳໃຊ້

ປະໂຫຍດ: 

  • ໝາກສຸກ: ສາມາດຮັບປະທານເປັນໝາກໄມ້ສົດໄດ້ແຕ່ບໍ່ຄ່ອຍແຊບ, ໝາກສາມາດນໍາໄປເຮັດຂະໜົມໄດ້.
  • ຕົ້ນໄຊ່ເນົ່າ: ເປັນໄມ້ຢືນຕົ້ນທີ່ມີອາຍຸຢື່ນຍາວເປັນຮ້ອຍປີ ຈຶ່ງນິຍົມນຳໄປປູກສະສົມ ຫຼື ປູກເພື່ອໃຫ້ຮົ່ມເງົາເນື່ອງຈາກບໍ່ປ່ຽນໃບ
  • ເນື້ອໄມ້: ມີຄວາມແຂງແຮງ ສາມາດນໍາມາໃຊ້ເຮັດເຄື່ອງມື, ເຄື່ອງໃຊ້, ເຄື່ອງເຮືອນ ຫຼື ເຟີນິເຈີຕ່າງໆໄດ້.

ສັບພະຄຸນ:

  • ຮາກ: ແກ້ອາການທ້ອງຂີຮາກ ແລະ ໃຊ້ຊັບພະຍຍາດພິດໄສ້ເດືອນ.
  • ເປືອກຕົ້ນ: ຊ່ວຍຮັກສາພິຕານຊ້າງ, ແກ້ໄຂ້, ແກ້ເດັກນ້ອຍຖ່າຍເປັນຟອງ ແລະ ຊ່ວຍຂັບພະຍາດພິດໃນເດັກທີ່ເບື່ອອາຫານ.
  • ເນື້ອໄມ້: ຊ່ວຍແກ້ເລືອດຕົກຄ້າໄດ້.
  • ໝາກ: ໃຊ້ຮັບປະທານ ກິນແລ້ວບຳລູງສະໝອງ, ຊ່ວຍໃຫ້ສະຫຼາດຂື້ນ, ອຸດົມໄປດ້ວຍແຄລຊຽມຈຶ່ງຊ່ວຍບຳລຸງກະດູກ ແລະ ຊ່ວຍແກ້ກະດຸກຜຸໃນຜູ້ສູງອາຍຸໄດ້, ໝາກສຸກໃຊ້ຮັບປະທານຊ່ວຍຮັກສາພະຍາດເບົາຫວານ (ໝາກ ແລະ ເປືອກ), ຊ່ວຍລະບົບຂັບຖ່າຍ, ບຳລຸງລະບົບເພດ ແລະ ບຳລຸງໝາກໄຂ່ຫຼັງ.
  • ເປືອກໝາກ: ຊ່ວຍຮັກສາພະຍາດກະເພາະ ແລະ ລຳໄສ້ອັກເສບໃນເດັກນ້ອຍ
  • ຮາກ ແລະ ເປືອກ: ຊ່ວຍເຮັດໃຫ້ຈະເລີນອາຫານ,​ ມີລົດຝາດຊ່ວຍແກ້ອາການຖອກທ້ອງໄດ້ ແລະ ຊ່ວຍແກ້ບິດ.
  • ຮາກ, ເປືອກຕົ້ນ ແລະ ໝາກ:​ ໃຊ້ຮັກສາຕານຂະໂມຍ ອາການຂອງເດັກທີ່ເບື່ອອາຫານ, ອ່ອນເພຍ, ຜອມແຫ້ງ, ຖອກທ້ອງ ແລະ ເຈັບກົ້ນ.
ການປະກອບສ່ວນ