ຕົ້ນປໍຟານ / Peach Cedar

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Trema orientalis (L.) Blume / Cannabaceae
ຊື່ພ້ອງ
Celtis commersonii Brongn.
Celtis discolor Brongn.
Celtis glomerata Hochst.
Celtis guineensis Schumach. & Thonn.
Celtis guineensis var. parvifolia Schumach.
Celtis laeta Salisb.
Celtis madagascariensis Bojer
Celtis orientalis L.
Colubrina leschenaultii (DC.) G.Don
Sponia andaresa Commerson ex Lamarck
Sponia argentea Planch.
Sponia commersonii Decaisne ex Planchon
Sponia glomerata Hochst.
Sponia guineensis (Schumach. & Thonn.) Planch.
Sponia orientalis (L.) Decne.
Sponia wightii Planch.
Trema africana Blume
Trema commersonii (Decaisne ex Planchon) Blume
Trema grevei Baill.
Trema grisea Baker
Trema guineense (Schumach. & Thonn.) Ficalho
Trema guineensis (Schum. & Thonn.) Ficalho
Trema hochstetteri Engl.
Trema nitens Blume
Trema polygama Z.M. Wu & J.Y. Lin
Trema wightii Blume
ຊື່ອື່ນ
Thai: ພັງແຫ
Eng: Peach cedar, Pigeon wood
ບັນຍາຍລັກສະນະພືດສາດ

ຕົ້ນປໍຟານຈັດເປັນໄມ້ຢືນຂະໜາດກາງ, ສູງ 4-12 ມ, ເປັນໄມ້ເນື້ອອ່ອນໃຫຍ່ໄວ, ເປືອກຕົ້ນເປັນສີຂຽວອົມເທົາອ່ອນ ຫຼື ສີນໍ້າຕານ, ສ່ວນເປືອກຊັ້ນໃນເປັນສີຂຽວສົດ. ໃບດ່ຽວຈັບລຽງສະຫຼັບ, ແຜ່ນໃບເປັນຮູບໄຂ່ແກມຮູບຫອກ, ປາຍໃບຍາວແຫຼມ, ສ່ວນຂອບໃບແບບແຂ້ວເລື່ອຍຖີ່, ກວ້າງ 3-5 ຊມ ແລະ ຍາວ 7-12 ຊມ, ຍອດອ່ອນມີຂົນສີເງິນຂຶ້ນໜາແໜ້ນ, ດ້ານລຸ່ມຂອງໃບເປັນສີຂຽວອົມເທົາ. ດອກເປັນຊໍ່ສັ້ນໆ, ເປັນກະຈຸກຕາມງ່າມໃບ, ດອກຍ່ອຍມີຂະໜາດນ້ອຍສີຂາວອົມຂຽວ, ຍາວ 0.3 ຊມ, ດອກຜູ້ ແລະ ດອກແມ່ຢູ່ຕົ້ນດຽວກັນແຕ່ແຍກຊໍ່ດອກ. ໝາກເປັນໝາກສົດ, ມີລັກສະນະກົມແຂງ, ມີຂະໜາດ 2-4 ມມ ແລະ ຍາວປະມານ 3-5 ມມ, ໝາກເປັນສີຂຽວເຂັ້ມ ເມື່ອສຸກແລ້ວຈະປ່ຽນເປັນສີດໍາ ຫຼື ມ່ວງດໍາ, ມີຊັ້ນກາບດອກຕິດຖານ ແລະ ປາຍເກສອນແມ່ຕິດຢູ່ເທິງຍອດໝາກ, ເນື້ອໃນໝາກບາງ, ຊັ້ນຫຸ້ມແກ່ນແຂງມີພຽງ 1 ແກ່ນ. 

ບັນຍາຍການນຳໃຊ້

ປະໂຫຍດ:
-  ເປືອກຕົ້ນນໍາມາລອກອອກໃຊ້ສໍາຫຼັບເຮັດເຊືອກມັດສິ່ງຂອງ.
-  ໃບໃຊ້ເປັນອາຫານລ້ຽງປາ.
-  ສາມາດນໍາໄປໃຊ້ກໍ່ສ້າງໄດ້ຊົ່ວຄາວ ເພາະເນື້ອໄມ້ບໍ່ທົນທານ, ສາມາດນໍາໃຊ້ເຮັດເຄື່ອງຈັກສານ, ເຄື່ອງໃຊ້ສອຍ ແລະ ອຸປະກອນທາງການກະເສດ.
ສັບພະຄຸນ:
-  ເປືອກຕົ້ນ ແລະ ໃບໃຊ້ເປັນຢາແກ້ໄຂ້ມາລາເລີຍ, ບັນເມົາອາການປວດກ້າມເນື້ອ ແລະ ກະດວກ.
-  ລໍາຕົ້ນ ແລະ ກິ່ງໃຊ້ເປັນຢາຊົງແກ້ໄຂ້ ໃຊ້ບວນປາກແກ້ອາການເຈັບແຂ້ວ.
-  ໝາກ ແລະ ດອກໃຊ້ເຮັດເປັນຢາຊົງສໍາຫຼັບເດັກ ເພື່ອຮັກສາຫຼອດລົມອັກເສບ, ປວດບວມ, ເຍື່ອຫຸ້ມປອດອັກເສບ.

ການປະກອບສ່ວນ