ຕົ້ນນໍ້າເຕົ້າຂາວ / Ton Nam Tao Khao
APA 6th ed. ຕົ້ນນໍ້າເຕົ້າຂາວ / Ton Nam Tao Khao. (2019, September 23). Retrieved from https://www.phakhaolao.la/kb/0000643
MLA 8th ed. ຕົ້ນນໍ້າເຕົ້າຂາວ / Ton Nam Tao Khao. Pha Khao Lao, 23 September 2019, https://www.phakhaolao.la/kb/0000643.
Chicago 17th ed. Pha Khao Lao. 2019. "ຕົ້ນນໍ້າເຕົ້າຂາວ / Ton Nam Tao Khao." Published September 23, 2019. https://www.phakhaolao.la/kb/0000643.
Hubera cerasoides (Roxb.) Chaowasku
Huberantha cerasoides (Roxb.) Chaowasku
Thai: ກະຈຽນ
ຕົ້ນນໍ້າເຕົ້າຂາວຈັດເປັນໄມ້ຢືນຕົ້ນໄມ້ຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່, ມີຄວາມສູງປະມານ 5-15 ມ, ເປືອກຕົ້ນລຽບເປັນສີເທົາ ຫຼື ສີນໍ້າຕານອ່ອນ, ຕາມກິ່ງອ່ອນມີຂົນນຸ່ມ, ສ່ວນກິ່ງແກ່ຜິວຈະລຽບກ້ຽງ, ລໍາຕົ້ນ ແລະ ກິ່ງແກ່ມີຊ່ອງອາກາດສີເຫຼືອງອ່ອນທົ່ວໄປ, ຂະຫຍາຍພັນດ້ວຍການເພາະແກ່ນ. ໃບເປັນໃບດ່ຽວ ອອກລຽງສະຫຼັບ, ລັກສະນະຂອງໃບເປັນຮູບຮີຍາວ ຫຼື ຮູບຫອກແກມຮູບຂອບຂະໜານ ແລະ ມັກຂົດ, ປາຍໃບແຫຼມ ມີຂະໜາດກວ້າງປະມານ 2-5 ຊມ ແລະ ຍາວປະມານ 8-16 ຊມ, ແຜນໃບບາງ ຫຼັງໃບກ້ຽງເປັນສີຂຽວເຂັ້ມ. ອອກດອກດ່ຽວ ຫຼື ເປັນກະຈຸກບໍ່ເກີນ 3 ດອກໂດຍຈະອອກຕາມງ່າມໃບ ແລະ ເທິງຮອຍແຜໃບຕາມກິ່ງ, ກ້ານດອກຍາວປະມານ 2.5-3 ຊມ, ດອກເມື່ອບານເຕັມທີ່ຈະມີຂະໜາດເສັ້ນຜ່າສູນກາງປະມານ 2.5 ຊມ, ໂດຍກີບດອກຈະເປັນສີຂຽວອ່ອນຫາຂຽວອົມເຫຼືອງ, ກີບດອກມີ 2 ຊັ້ນ ລຽງສະຫຼັບກັນ, ຊັ້ນລະ 3 ກີບ, ລວມເປັນ 6 ກີບ. ໝາກເກີດເປັນຊໍ່ມົນ, ອອກເປັນກຸ່ມ ຫຼື ເປັນກະຈຸກຢູ່ເທິງແກນຈຸ້ມກົມ, ມີໝາກຍ່ອຍປະມານ 10-20 ໝາກ, ໝາກມີລັກສະນະປ້ອມ ຫຼື ເປັນຮູບຊົງກົມຮີ, ໝາກມີຂະໜາດໃຫຍ່ປະມານ 0.5-0.8 ຊມ ແລະ ຍາວປະມານ 0.7-1 ຊມ, ໝາກອ່ອນເປັນສີຂຽວ, ເມື່ອແກ່ຈະປ່ຽນເປັນສີແດງ, ພາຍໃນໝາກມີແກ່ນ 1 ແກ່ນ.
ປະໂຫຍດ:
- ໝາກສຸກໃນສ່ວນຂອງເນື້ອຫຸ້ມແກ່ນຈະມີລົດຫວານ ສາມາດຮັບປະທານໄດ້.
- ເນື້ອໄມ້ມີສີຂາວອົມເຫຼືອງ ນໍາມາໃຊ້ດ້າມເຄື່ອງກະສຶກຳາທົ່ວໄປໄດ້, ໃຊ້ເຮັດເຄື່ອງຈັກສານ ແລະ ເຄື່ອງໃຊ້ສອຍຕ່າງໆ.
ສັບພະຄຸນ:
- ເນື້ອໄມ້ມີລົດຂົມ ໃຊ້ຕົ້ມກັບນໍ້າດື່ມເປັນຢາບໍາລຸງທາດຊ່ວຍໃຫ້ຈະເລີນອາຫານ.
- ຮາກໃຊ້ຕົ້ມກັບນໍ້າດືມເປັນຢາແກ້ໄຂ້.
- ເນື້ອໄມ້ມີລົດຂົມໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ວັນນະໂລກໃນລໍາໄສ້, ວັນນະໂລກໃນປອດ.
- ໃບມີລົດເຝື່ອນເຢັນໃຊ້ຕໍາພອກຝີ, ແກ້ປວດ, ແກ້ອັກເສບ.
- ເນື້ອໄມ້ໃຊ້ຝົນກັບນໍ້າປູນໃສທາເກື່ອນຫົວຝີ.