ປາຈາດຕາຟ້າ / Pa Chad Fa
APA 6th ed. ປາຈາດຕາຟ້າ / Pa Chad Fa. (2020, October 20). Retrieved from https://www.phakhaolao.la/kb/0000630
MLA 8th ed. ປາຈາດຕາຟ້າ / Pa Chad Fa. Pha Khao Lao, 20 October 2020, https://www.phakhaolao.la/kb/0000630.
Chicago 17th ed. Pha Khao Lao. 2020. "ປາຈາດຕາຟ້າ / Pa Chad Fa." Published October 20, 2020. https://www.phakhaolao.la/kb/0000630.
Thai: จาด จาดตาฟ้า
D: 8; A: 5; P1: 14; P2: 8. ຮູບຮ່າງຂ້ອນຂ້າງສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ຄວາມເລິກຂອງລໍາໂຕ 25.28-28.22% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 25.28-26.90% ຂອງ SL. ຫົວ: ສັນດັງມົນ, ມີໜວດ 2 ຄູ່ ຂະໜາດຍາວ, ຮີມສົບດ້ານລຸ່ມ ແລະ ດ້ານເທິງສະເໝີກັນ, ດັງມີ 1 ຄູ່, ຄວາມຍາວຂອງເສັ້ນຜ່າສູນກາງຕາ 26.90-29.54% ຄວາມຍາວຂອງຫົວ (HL). ລຳຕົວ: ຄີຕ່າງໆ ມີສີນໍ້າຕານອົມເຫຼືອງ, ປາຍຄີຫຼັງອັນສຸດທ້າຍ ຍາວພໍດີຕັ້ງສາກກັບຈຸດເລີ່ມຕົ້ນຂອງຄີກົ້ນ, ເສັ້ນຂ້າງໂຕສົມບູນ, ເກັດເສັ້ນຂ້າງໂຕ 31 ເກັດ, ເກັດກ່ອນຄີຫຼັງ 12 ເກັດ, ເກັດອ້ອມກົກຫາງ 14 ເກັດ, ເກັດຈາກເກັດກ່ອນຄີຫຼັງ ລົງໄປຫາ ເສັ້ນຂ້າງ ຕົວຕາມແນວສະຫຼຽງ 4 ເກັດ ແລະ ເກັດໜ້າຄີກົ້ນຂື້ນໄປຫາຕາມເສັ້ນຂ້າງຕົວຕາມ ແນວສະຫຼຽງ 6 ເກັດ, ຈຸດເລີ່ມຕົ້ນຂອງຄີຫຼັງ ລຸດຈຸດເລີ່ມຕົ້ນຂອງຄີທ້ອງໄປທາງ ທ້າຍຂອງ ຮ່າງກາຍ ໜ້ອຍໜຶ່ງ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 14 ເສັ້ນກ້ານຄີອ່ອນ, ຄີທ້ອງ 8 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມວ້ຳຢູ່ສ່ວນກາງເປັນ 2 ຊີກ, ຄີຫາງເປັນສີເຫຼືອງ. ສີຂອງລຳໂຕ: ສີເງີນ.
ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ໃນລາວ