ຕົ້ນອິນທະນິນ / Queen’s flower
APA 6th ed. ຕົ້ນອິນທະນິນ / Queen’s flower. (2019, August 6). Retrieved from https://www.phakhaolao.la/kb/0000615
MLA 8th ed. ຕົ້ນອິນທະນິນ / Queen’s flower. Pha Khao Lao, 6 August 2019, https://www.phakhaolao.la/kb/0000615.
Chicago 17th ed. Pha Khao Lao. 2019. "ຕົ້ນອິນທະນິນ / Queen’s flower." Published August 6, 2019. https://www.phakhaolao.la/kb/0000615.
Adambea hirsuta Lam.
Lagerstroemia augusta Wall.
Lagerstroemia flos-reginae Retz.
Lagerstroemia hirsuta (Lam.) Willd.
Lagerstroemia macrocarpa Wall.
Lagerstroemia major Retz.
Lagerstroemia munchausia Willd.
Lagerstroemia plicifolia Stokes
Lagerstroemia reginae Roxb.
Munchausia speciosa L.
Murtughas hirsuta (Lam.) Kuntze
Eng: Queen’s flower, Queen's crape myrtle, Pride of India, Jarul
ຕົ້ນອິນທະນິນເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງ 5-20 ມ, ລໍາຕົ້ນນ້ອຍ ແລະ ມັກຄົດງໍ, ແຕ່ພໍໃຫຍ່ຂຶ້ນຈະຊື່, ມັກມີກິ່ງໃຫຍ່ແຕກຈາກລໍາຕົ້ນສູງຈາກພື້ນຂຶ້ນມາບໍ່ຫຼາຍ. ເນື້ອຍັງໃໝ່ສົດຢູ່ຈະເປັນສີແດງເຮື່ອໆ ຫຼື ສີບົວອ່ອນໆພໍດົນໄປຈະປ່ຽນເປັນສີນໍ້າຕານອົມແດງ, ເນື້ອໄມ້ຄ່ອນຂ້າງແຂງ, ເປັນມັນເຫຼື່ອມ. ໃບດ່ຽວ ຈັບກົງກັນຂ້າມກັນ, ລັກສະນະຂອງໃບເປັນຮູບຊົງຂອບຂະໜານ ຫຼື ຮູບຂອບຂະໜານແກມຮູບຫອມ, ກວ້າງ 5-10 ຊມ ແລະ ຍາວ 11-26 ຊມ, ໃບມີສີຂຽວ, ເນື້ອໃບຄ່ອນຂ້າງໜາ ແລະ ກ້ຽງເປັນມັນທັງສອງດ້ານ. ດອກໃຫຍ່ມີຫຼາຍສີເຊັ່ນ: ສີບົວ, ສີມ່ວງສົດ ຫຼື ມ່ວງລ້ວນ, ອອກດອກຮວມກັນເປັນຊໍ່ໃຫຍ່ຕາມປາຍກິ່ງ ຫຼື ຕາມງ່າມໃບໃກ້ໆປາຍກິ່ງ, ຍາວເຖິງ 30 ຊມ, ສ່ວນທີ່ຢູ່ເທິງສຸດຂອງດອກຕູມຈະມີຕຸ່ມກົມໆນ້ອຍໆຢູ່ເຄິ່ງກາງ. ໝາກເປັນຮູບໄຂ່ກ້ຽງ, ກວ້າງ 1.5-2 ຊມ ແລະ ຍາວ 2-2.6 ຊມ, ຜິວໝາກຈະລຽບບໍ່ມີຂົນປົກຄຸມ, ໝາກເປັນສີນໍ້າຕານແດງ, ເປັນໝາກແຫ້ງ, ເມື່ອແກ່ຈະແຍກອອກເປັນ 6 ປ່ຽງ ແລະ ຈະອ້າໃຫ້ເຫັນເມັດນ້ອຍໆທີ່ມີປີກເປັນຄີບບາງໆ.
ສະໜຸນໄພອິນທະນິນ ມີສັບພະຄຸນທີ່ໂດດເດັ່ນຄືມີສັບພະຄຸນຊ່ວຍຮັກສາພະຍາດເບົາຫວານ ໂດຍຊ່ວຍຫຼຸດນໍ້າຕານໃນເລືອດ ແລະ ຍັງຊ່ວຍລົດຫຼຸດໄຂມັນ ແລະ ຄວາມດັນເລືອດສູງໄດ້ອີກດ້ວຍ, ສ່ວນທີ່ນໍາມາໃຊ້ເປັນຢາສະໝຸນໄພໄດ້ແກ່ສ່ວນຂອງໃບ, ເປືອກ ຮາກ ແລະ ເມັດອິນທະນິນ.
ປະໂຫຍດ:
- ນິຍົມປູກໄວ້ເປັນໄມ້ແຄມທາງ ແລະ ໄມ້ປະດັບ ເນື່ອງຈາກມີດອກ ແລະ ໃບທີ່ສວຍງາມ, ໃຫ້ຫົມເງົາ ແລະ ຈະເລີນເຕີບໂຕໄວ.
- ໃບອ່ອນສາມາດນໍາໄປຕາກແດດໃຊ້ຊົງເປັນຊາໄວ້ດື່ມໄດ້ ຊ່ວຍແກ້ເບົາຫວານ ແລະ ຊ່ວຍຫຼຸດຄວາມອ້ວນໄດ້ອີກດ້ວຍ.
- ເນື້ອໄມ້ອິນທະນິນເປັນໄມ້ທີ່ມີຄຸນຄ່າທາງເສດຖະກິດທີ່ສໍາຄັນຊະນິດໜຶ່ງ ເພາະມີເນື້ອແຂງ, ໜຽວ ແລະ ທົນທານ ຕົກແຕ່ງຂັດເງົາໄດ້ງ່າຍ ໂດຍເນື້ອໄມ້ນິຍົມນໍາມາໃຊ້ໃນກາານກໍ່ສ້າງຕ່າງໆ.
ສັບພະຄຸນ:
- ເມັດຊ່ວຍແກ້ອາການນອນບໍ່ລັບ.
- ເປືອກຊ່ວຍແກ້ໄຂ້.
- ແກ່ນມີລົດຂົມ ໃຊ້ຕົ້ມຮັກສາພະຍາດກ່ຽວກັບທາງເດີນປັດສະວະ, ແກ້ປັດສະວະພິການໄດ້.
- ໃບອິນທະນິນມີລົດຂົມຝາດເຢັນ ຊ່ວຍຮັກສາພະຍາດຄວາມດັນເລືອດສູງ ໂດຍໃຊ້ໃບແກ່ເຕັ້ມທີ່ປະມານ 1 ກໍາມື ນໍາມາຕົ້ມກັບນໍ້າດື່ມໃນຕອນເຊົ້າ.