ຕົ້ນແຄປ່າດອກຂາວ / Khea Khao

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dolichandrone serrulata (Wall. ex DC.) Seem/Bignoniaceae
ຊື່ພ້ອງ
Bignonia serratula Wall. ex DC.
Bignonia serrulata Wall. ex DC.
Spathodea serrulata (Wall. ex DC.) DC.
Stereospermum serrulatum DC.
ຊື່ອື່ນ
Thai: ແຄນາ
Chinese: 光果猫尾木
ບັນຍາຍລັກສະນະພືດສາດ

ຕົ້ນແຄປ່າດອກຂາວ ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ, ມີຄວາມສູງປະມານ 10-20 ມ, ລໍາຕົ້ນຕັ້ງຊື່, ເປືອກຂອງລໍາຕົ້ນເປັນສີນໍ້າຕານອ່ອນອົມເທົາ ແລະ ອາດຈະມີຈຸດສີດໍາຢູ່ນໍາ. ໃບແບບປະກອບຂົນຊັ້ນດຽວ ອອກກົງກັນຂ້າມກັນປະມານ 3-5 ຄູ່ ລັກະສະນະຂອງໃບເປັນຮູບໄຂ່ແກມຂອບຂະໜານປາຍໃບແຫຼມ, ໃບມີຂະໜາດກວ້າງປະມານ 2.5-7 ຊມ ແລະ ຍາວ 6-16 ຊມ. ອອກດອກເປັນຊໍ່ ດອກມີຂະໜາດໃຫຍ່ ລັກສະນະຂອງດອກເປັນຮູບແກສີຂາວ, ໂດຍຈະອອກດອກຕາມປາຍກິ່ງ, ດອກຍາວ 2-3 ຊມ, ສ່ວນກ້ານດອກຍາວ 1.8-4 ຊມ, ແຕ່ລະຊໍ່ດອກຈະມີດອກ 2-10 ດອກ. ໝາກເປັນຝັກ, ອອກຝັກຊໍ່ລະປະມານ 3-4 ຝັກ, ລັກສະນະຂອງຝັກເປັນຮູບຂອບຂະໜານ, ຝັກໂຄງ ແລະ ບິດເປັນກຽວ, ຍາວ 40-60 ຊມ, ສ່ວນແກ່ນເປັນຮູບສີ່ຫຼ່ຽມ.

ບັນຍາຍການນຳໃຊ້

ປະໂຫຍດ: 
-  ດອກແຄປ່າດອກຂາວສາມາດນໍາມາປະກອບອາຫານໄດ້ ໂດຍການນໍາມາເຮັດແກງສົ້ມ ຫຼື ນໍາມາລວກກັບແຈ່ວ.
-  ຕົ້ນແຄປ່າດອກຂາວເປັນຕົ້ນໄມ້ພຸ່ມ ເໝາະສໍາຫຼັບການປູກເປັນໄມ້ສໍາລັບຮົ່ມເງົາ ແລະ ເປັນໄມ້ປະດັບ.
-  ໃຊ້ເປັນອາຫານສັດໄດ້ (ແຕ່ຂໍ້ມູນບໍ່ລະບຸລະອຽດວ່າໃຊ້ສ່ວນໃດຂອງຕົ້ນ ແຕ່ຄາດວ່າຈະເປັນດອກ).
-  ເນື້ອໄມ້ຂອງຕົ້ນແຄປ່າດອກຂາວສາມາດນໍາໄປເຮັດສິ່ງກໍ່ສ້າງອາຄານບ້ານເຮືອນໄດ້ເຊັ່ນ: ເຮັດເປັນເສົາ, ເພດານ...
ສັບພະຄຸນ:
-  ຮາກມີຣົດເຢັນຊ່ວຍບໍາລຸງເລືຶອດ.
-  ແກ່ນໃຊ້ເປັນຢາແກ້ອາການເຈັບປະສາດ.
-  ດອກຊ່ວຍໃນການນອນຫຼັບ.
-  ເປືອກຕົ້ນຊ່ວຍແກ້ອາການທ້ອງອືດ, ແໜ້ນທ້ອງ ໂດຍໃຊ້ກັບແມ່ຍິງຫຼັງເກີດລູກ.
-  ໃບນໍາມາຕົ້ມກັບນໍ້າເປັນຢາບ້ວນປາກໄດ້.

ການປະກອບສ່ວນ